ພິທີຕ້ອນຮັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນໃນການຢ້ຽມຢາມຫວຽດນາມ

ພິທີຕ້ອນຮັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນໃນການຢ້ຽມຢາມຫວຽດນາມ - ảnh 1
(ພິທີຕ້ອນຮັບພະເຈົ້າຈັກກະພັດແລະພະມະເຫສີຍີ່ປຸ່ນ
ໃນການຢ້ຽມຢາມຫວຽດນາມ)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ, ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ Michiko ເລີ່ມ​ຕົ້ນ​ສະ​ເດັດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຫວຽດ​ນາມ ເປັນ​ຄັ້​ງ​ທຳ​ອິດໃນ​ລະ​ຫວ່າງວັນ​ທີ 28/02 – 05/03. ຕອນ​ເຊົ້າ​ວັນ​ທີ 01/03, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບພະ​ເຈົ້າ​ຈັກ​ກະ​ພັດ ​ແລະ ພະ​ມະ​ເຫ​ສີຍີ່​ປຸ່ນ ຢ່າງ​ເປັນ​ທາກ​ງານ. ຕາມ​ລາຍ​ການ, ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ​ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ແລະ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ປະ​ເທດ​ ເຈີນ​ດ້າຍກວາງ ຢ່າງ​ເປັນ​ທາງ​ການ, ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ ຈະ​ເຂົ້າ​ຂ່ຳ​ນັບສຸສານ​ປະ​ທານ​ໂຮ່​ຈິ​ມິນ, ພົບ​ປະ​ກັບ​ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ ທີ່​ເຄີຍ​ຮ່ຳ​ຮຽນ​ຢູ່​ຍີ່​ປຸ່ນ ແລະ ຕ້ອນ​ຮັບ​ຜູ້​ຕາງ​ໜ້າ​ພົນ​ລະ​ເມືອງ​ຍີ່​ປຸ່ນ ​ທີ່ອາ​ໄສ​ຢູ່​ຫວຽດ​ນາມ.

        ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 28/02, ພາຍ​ຫຼັງ​ສະ​ເດັດ​ມາ​​ເຖິງ​ຮ່າ​ໂນ້ຍ, ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ Michiko ໄດ້​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ພາ​ລະ​ກອນ​ອາ​ສາ​ສະໝັກ​ຂອງ​ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA) ປະ​ຈຳ​ຫວຽດ​ນາມ. ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ Akihito ແລະ ພະ​ມະ​ເຫ​ສີ Michiko ໄດ້​ຢື້​ຢາມ​ຖາມ​ຂ່າວ​ກ່ຽວ​ກັບ​ວຽກ​ງານ, ຊີ​ວິດ​ການ​ເປັນ​ຢູ່, ບັນ​ດາ​ສິ່ງ​ສະ​ດວກ, ຄວາມ​ຫຍຸ້ງ​ຍາກ ກ​ໍ​ຄື​ຄວາມ​ປາດ​ຖະ​ໜາ, ຄວາມ​ມຸ່ງ​ຫວັງ​ຂອງ​ບັນ​ດາພາ​ລະ​ກອນ​ອາ​ສາ​ສະໝັກ​ JICA ໃນ​ວິ​ວັດ​ທະ​ນານ​ການ​ປະ​ຕິ​ບັດ​ງານ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ