ພິທີປຸກລະດົມການແຂ່ງຂັນພາບສິລະປະສາກົນ

(vovworld)-  ຕອນ​ເຊົ້າ​ວັນ​ທີ 30/5 ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ປຸກລະດົມ​ການ​ແຂ່ງຂັນ​ພາບ​ສິລະ​ປະ​ສາກົນ​ຄັ້ງ​ທີ 7 ຢູ່ ຫວຽດນາມ ປີ 2013 ​ແລະ ການ​ແຂ່ງຂັນ​ພາບ​ສິລະ​ປະ​ທົ່ວ​ປະ​ເທດ​ດ້ວຍ​ຫົວ​ຂໍ້​ວ່າ: ສີສັນ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ປີ 2014. ການ​ແຂ່ງຂັນ​ດັ່ງກ່າວ​ແມ່ນ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ສິລະ​ປະ​ເພື່ອ​ສືບ​ຕໍ່​ວິວັດ​ການ​ເຊື່ອມ​ໂຍງ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກໍ​ຄື​​ແນ​ະນຳ​ພື້ນຖານ​ວັດທະນະທຳສິລະ​ປະລະ​ຫວ່າງ​ຫວຽດນາມ​ກັບ​ເພື່ອນ​ມິດສາ​ກົນ. ທ່ານ ຫວູກວັກ​ແຄງ, ປະທານ​ສະມາຄົມ​ນັກ​ສິລະ​ປິນ, ​ຖ່າຍຮູບ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ​ການ​ແຂ່ງຂັນ​ພາບ​ສິລະ​ປະ​ສາກົນ​ຄັ້ງ​ທີ 7 ຕາມ​ວິ​ທີ​ການ​ຄື​ດັ່ງ​ການ​ແຂ່ງຂັນ​ຄັ້ງ​ທີ 6 ​ແຕ່​​ຫົວ​ເລື່ອງມີ​ລັກສະນະ​ເລິກ​ເຊິ່ງກວ່າ. ປີ​ນີ້ ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງຕື່ມ​ອີກ 3 ຫົວ​ເລື່ອງ​ສະ​ເພາະ, ​ໃນ​ນັ້ນ​ມີ​ຫົວ​ເລື່ອງ​ກ່ຽວ​ກັບ​ທຳ​ມະ​ຊາດ, ການທ່ອງທ່ຽວ ​ແລະ ພາບ​​ເຄິ່ງຕົວ​ສິລະ​ປະ.”

ຕອບກັບ

ຂ່າວ/ບົດ​ອື່ນ