ພິທີປຸກລະດົມບັ້ນເຄື່ອນໄຫວ “ຈົ່ງຮັກສາທະເລໃຫ້ສະອາດ“ລະດັບຊາດ

ພິທີປຸກລະດົມບັ້ນເຄື່ອນໄຫວ “ຈົ່ງຮັກສາທະເລໃຫ້ສະອາດ“ລະດັບຊາດ - ảnh 1
ພິທີ​ປຸກລະດົມ​ບັ້ນ​ເຄື່ອນ​ໄຫວ “ຈົ່ງ​ຮັກສາ​ທະ​ເລ​​ໃຫ້ສະອາດ“ ລະດັບ​ຊາດ
(ພາບ: ຫງວຽນຮ່ຽນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/6, ຢູ່​ຫາດ​ຊາຍ​ທະ​ເລ ​ເຊິ່ມ​ເຊີນ, ​ແຂວງ ​ແທງ​ຮ່ວາ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ສົມທົບ​ກັບ​ສູນ​ການ​ຂ່າວ VTV24 ສະຖານີ​ໂທລະພາບ ຫວຽດນາມ ​ໄດ້​ຈັດ​ຕັ້ງພິທີ​ປຸກລະດົມ​ບັ້ນ​ເຄື່ອນ​ໄຫວ “ຈົ່ງ​ຮັກສາ​ທະ​ເລ​​ໃຫ້ສະອາດ“ ລະດັບ​ຊາດ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ອ້າຍ ​ເລກ​ວົກຟອງ, ​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ, ປະທານ​ສະມາຄົມ​ນັກ​ສຶກສາ ຫວຽດນາມ, ​ໃຫ້​ຮູ້​ວ່າ​ໃນ​ແຕ່ລະ​ປີ, ຄະນະ​ຈັດ​ຕັ້ງ​ຈະ​ດຳ​ເນີນ​ການ​ສະຫຼຸບ, ຕີ​ລາຄາ​ປະຈຳ​ໄລຍະ​ຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັ້ນ​ເຄື່ອນ​ໄຫວ, ວາງ​ມາດ​ຕະການ, ​ແຜນການ​ໃນ​ປີ​ຕໍ່​ໄປ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ.

ຄຽງ​ຂ້າງ​ການ​ເຄື່ອນ​ໄຫວ​ນີ້, ຂ້າພະ​ເຈົ້າ​ຍັງ​ເພີ່ມ​ທະວີ​ການ​ໂຄສະນາ​ເພື່ອ​ຍົກ​ສູງ​ສະຕິ​ຂອງ​ປະຊາຊົນ, ສະມາຊິກ​ຊາວ​ໜຸ່ມ​ ເຂົ້າ​ຮ່ວມການ​ຮັກສາ​ທະ​ເລ​ໃຫ້​ສະອາດ. ບົນ​ຈິດ​ໃຈ​ນັ້ນ​ຈະ​ແຜ່​ຂະຫຍາຍ​ໄປ​ສູ່​ປະຊາ​ຄົມ​ເພື່ອ​ໃຫ້​ທຸກ​ຄົນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນີ້​ຂອງ​ຊາວ​ໜຸ່ມ“.

​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ນີ້​ຢູ່​ເທດສະ​ບານ ​ເຊິ່ມ​ເຊີນ, ນ້ອງ ​ເລ​ທິ​ເຟືອງ, ນັກ​ສຶກສາ​ມະຫາວິທະຍາ​ໄລ ຮົ່ງດຶກ, ​ແຂວງ ​ແທງ​ຮ໋ວາ, ​ໃຫ້​ຮູ້​ວ່າ,

ນັກ​ສຶກສາ​ພວກ​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ການ​ເຄື​່ອນ​ໄຫວອາສາ​ສະໝັກ​ຫຼາຍ​ຢ່າງ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ນີ້​ແມ່ນ​ການ​ເຄື​ອ່ນ​ໄຫ​ວທີ່ມີ​ຄວາມ​ໝາຍ ​ແລະ ສຳຄັນ, ມັນ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງທັດສະ​ນິຍະ​ພາບ​ທີ່​ສະອາດ, ສວຍ​ງາມ​ໃຫ້ຫາ​ດຊາຍ​ທະ​ເລ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບ​ສ່ວຍ​ເຂົ້າ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ​ເວົ້າ​ລວມອີກ​ດ້ວຍ“.

​ບັ້ນ​ເຄື່ອນ​ໄຫວ “ຈົ່ງ​ຮັກສາ​ທະ​ເລ​​ໃຫ້ສະອາດ“ ຖືກ​ປຸກລະດົມ​ຢ່າງ​ເປັນ​ທາງ​ການ​ແຕ່​ເດືອນ 6/2016 ​ເຖິງ ​ເດືອນ6/2019 ​ແລະ ​ໄດ້​ຜັນ​ຂະຫຍາຍ​ທົດ​ລອງ​ໄລຍະ 1 ຢູ່ 4 ​ແຂວງ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ກາງຄື: ຮ່າ​ຕິ້ງ, ກວາງ​ບິ່ງ, ກວາງ​ຈີ້, ​ເທື່ອ​ທຽນ​ເກ​ວ໋. ​ແລະ ສູ້​ຊົນ​ຈະ​ມີ​ນັກ​ອາສາ​ສະໝັກ​ຢ່າງ​ໜ້ອຍ​ສຸດ 28.000 ຄົນ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ