ພິທີປຸກລະດົມ“ຮ່ວມແຮງ ຮ່ວມໃຈເພື່ອກຳລັງ ຮ່າງກາຍຊາວຫວຽດນາມ“


ພິທີປຸກລະດົມ“ຮ່ວມແຮງ ຮ່ວມໃຈເພື່ອກຳລັງ ຮ່າງກາຍຊາວຫວຽດນາມ“ - ảnh 1

 (ພາບ: vov.vn)

(vovworld)- ​ ຕອນ​ບ່າຍ​ວັນ​ທີ 15/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດການ​ປະຊຸມ​ຂ່າວກ່ຽວ​ກັບພິທີ​ປຸກລະດົມ “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ກຳລັງຮ່າງກາຍ​ຊາວ​ຫວຽດນາມ“ ​ແລະ ມອບ​ຂອງຂວັນ​​ໃຫ້ການ​ແຂ່ງຂັນ​ອອກ​ແບບ​ສັນຍາ​ລັກ (​ໂລ​ໂກ), ຄຳ​ຂວັນ ​ແລະ ບົດ​ເພງ​ໃຫ້​ແກ່​ແຜນ​ຮ່າງ 641. ​ແຜນ​ຮ່າງ 641 ກ່ຽວ​ກັບ​ການ​ຍົກ​ສູງກຳລັງຮ່າງກາຍຂອງ​ຊາວ​ຫວຽດນາມ ​ໄລຍະ 2011-2030 ​ໂດຍ​ທ່ານ​ນາຍົກລັດຖະມົນຕີປະກາດ​ໃຊ້​ນັບ​ແຕ່​ເດືອນ 4/2014 ດ້ວຍ​ຈຸດໝາຍ​ເພື່ອ​ແນ​​ໃສ່​ພັດທະນາ​ກຳລັງຮ່າງກາຍ​ຂອງ​ຊາວ​ຫວຽດນາມ ​ໃນ 20 ປີ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເລີມ​ກວາງ​ແທ່ງ ຮອງ​ຫົວໜ້າ​ກົມ​ໃຫ່ຍກິລາກາ​ຍະ​ກຳ, ຜູ້ອຳນວຍການ​ຫ້ອງການ​ປະສານ​ງານ​ແຜນ​ຮ່າງ 641 ​ໃຫ້​ຮູ້​ວ່າ:

  “​ໂຄງການທີ 1 ​ແມ່ນການຄົ້ນຄ້ວາວິທະຍາສາດໂດຍກະຊວງສາທາລະນະສຸກດຳເນີນ. ​ໂຄງການທີ 2​ ​ແມ່ນດ້ານໂພສະນາການ ກ່ຽວຂ້ອງເຖິງການນຳໂພສະນາການເຂົ້າ​​ໂຮງຮຽນຂອງກະຊວງສາທາລະນະສຸກ, ​ໃນນັ້ນມີຫຼາຍລາຍການປະສົມກັນຄື: ລາຍການແຈກຢານນ້ຳນົມໃນໂຮງຮຽນ, ສົ່ງເສີມສຸຂະພາບຜູ້ເປັນແມ່, ສົ່ງເສີມສຸຂະພາບຈະເລີນພັນ…​ໂຄງການທີ 3 ​ແມ່ນຄົ້ນຄ້ວາເພື່ອນຳບັນດາເນື້ອໃນການສຶກສາສຸຂະພາບ ຮ່າງກ່າຍ, ບັນດາປະເພດກິລາ, ສິ່ງທີ່ຈຳເປັນສຳລັບ​​ໂຮງຮຽນຕ່າງໆເຂົ້າໃນຫຼັກສູດ, ພວກຂ້າພະເຈົ້າກໍ່ໄດ້ຜັນຂະຫຍາຍຢູ່ທ້ອງຖິ່ນຕ່າງໆແລ້ວ. ​ໂຄງການທີ 4 ​ແມ່ນປະຕິບັດວຽກງານຍົກສູງກຳລັງຮ່າງກາຍຊາວຫວຽດນາມເປັນວຽກງານຂອງສັງຄົມ“./.

    ​

ຂ່າວ/ບົດ​ອື່ນ