ພິ​ທີ​ມອບ​ຫຼຽນ​ໄຊ, ໃບ​ຍ້ອງ​ຍໍ​ຂອງ​ລັດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ປ​ປ.ລາວ ໃຫ້​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) - ການມອບຫຼຽນໄຊແຮງງານ, ຫຼຽນໄຊນັກຮົບອົງອາດກ້າຫານຂອງພັກ - ລັດຖະບານ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ ລາວ  ເປັນການຮັບຮູ້ການອຸທິດສ່ວນ, ຜົນງານອັນໃຫຍ່ຫຼວງຂອງບັນດາໝູ່ຄະນະ ແລະ ສ່ວນບຸກຄົນ ໃນກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ປະກອບສ່ວນໃຫ້ແກ່ການປະຕິວັດ ລາວ ແລະ ປະກອບສ່ວນພັດທະນາປະເທດ ກໍຄື ກອງທັບປະຊາຊົນ ລາວ ໃນຕະຫຼອດໄລຍະຜ່ານມາ.
ພິ​ທີ​ມອບ​ຫຼຽນ​ໄຊ, ໃບ​ຍ້ອງ​ຍໍ​ຂອງ​ລັດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ປ​ປ.ລາວ ໃຫ້​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ - ảnh 1ທ່ານພົນໂທ ທອງລອຍ ສີສີວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ປະດັບຫຼຽນໄຊແຮງງານຊັ້ນສອງຂອງລັດລາວ ມອບໃຫ້ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ (ພາບ: VOV)

ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດແຫ່ງ ສປປ ລາວ, ຕອນບ່າຍວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ລາວ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ຈັດພິທີມອບຫຼຽນໄຊ, ໃບຍ້ອງຍໍຂອງ ລັດ ແລະ ກະຊວງປ້ອງກັນປະເທດ ລາວ ໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນຂອງກອງທັບປະຊາຊົນ ຫວຽດນາມ.

        ທີ່ພິທີ, ທ່ານພົນໂທ ທອງລອຍ ສີສີວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ໄດ້ເນັ້ນໜັກວ່າ ການມອບຫຼຽນໄຊແຮງງານ, ຫຼຽນໄຊນັກຮົບອົງອາດກ້າຫານຂອງພັກ - ລັດຖະບານ ແລະ ໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ ລາວ  ເປັນການຮັບຮູ້ການອຸທິດສ່ວນ, ຜົນງານອັນໃຫຍ່ຫຼວງຂອງບັນດາໝູ່ຄະນະ ແລະ ສ່ວນບຸກຄົນ ໃນກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ປະກອບສ່ວນໃຫ້ແກ່ການປະຕິວັດ ລາວ ແລະ ປະກອບສ່ວນພັດທະນາປະເທດ ກໍຄື ກອງທັບປະຊາຊົນ ລາວ ໃນຕະຫຼອດໄລຍະຜ່ານມາ.

        ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍເຄົາລົບ, ຈົດຈຳການຊ່ວຍເຫຼືອຂອງພັກ, ລັດ, ປະຊາຊົນ ແລະ ກອງທັບປະຊາຊົນ ລາວ ທີ່ມີຕໍ່ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການກໍ່ສ້າງ, ປົກປັກຮັກສາປະເທດຊາດໃນວັນນີ້. ກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບປະຊາຊົນ ລາວ ຍາມໃດກໍຕັ້ງໝັ້ນພ້ອມກັນປົກປັກຮັກສາ, ສ້າງສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ