ພີທີລົງນາມສັນຍາປະຕິບັດໂຄງການເຂດຄົບວົງຈອນສະຫຼາດ

(VOVWORLD) -ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ນະຄອນໂຮ່ຈິມິນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Shin Dong Bin, ປະທານກຸ່ມບໍລິສັດ Lotte, ສ.ເກົາຫຼີ ແລະ ພ້ອມກັນເປັນສັກຂີພິຍານພິທີລົງໃນການປະຕິບັດເຂດຄົບວົງຈອນສະຫຼາດ (ECO – SMART CITY) ທີ່ມີມູນຄ່າເກືອບ 1 ຕື້ USD.

ພີທີລົງນາມສັນຍາປະຕິບັດໂຄງການເຂດຄົບວົງຈອນສະຫຼາດ - ảnh 1 ຄາດວ່າ, ໂຄງການ ECO – SMART CITY ຈະເລີ່ມລົງມືກໍ່ສ້າງໃນໄຕມາດທີ 3 ປີ 2017

(ພາບ: hcmcpv.org.vn)

ທີ່ການຕ້ອນຮັບ, ທ່ານ ຫງວຽນແທ່ງຟອງ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ Lotte ລົງທຶນ, ດຳເນີນທຸລະກິດຢ່າງຍາວນານ, ມີປະສິດທິຜົນຢູ່ນະຄອນໂຮ່ຈິມິນ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພັດທະນາລວມຂອງເສດຖະກິດ, ສັງຄົມນະຄອນ. ຄາດວ່າ, ໂຄງການ ECO – SMART CITY ຈະເລີ່ມລົງມືກໍ່ສ້າງໃນໄຕມາດທີ 3 ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ