ພິທີລະນຶກ 110 ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫ່ຍ Le Hong Phong

ພິທີລະນຶກ 110 ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫ່ຍ Le Hong Phong - ảnh 1

ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ກ່າວ​ຄຳ​ເຫັນ​ທີ່​ພິທີ

(ພາບ:.dantri.com.vn)​

( vovworld ) – ຕອນ​ເຊົ້າວັນ​ທີ 6/9, ຢູ່​ນະຄອນ Vinh ​ແຂວງ Nghe An ​ໄດ້​ດຳ​ເນີນ​ພິທີ​ລະນຶກວັນ​ຄ້າຍ​ວັນ​ເກີດ​ອະດີດ​ເລຂາທິການ​ໃຫຍ່ ​Le Hong Phong. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ຄອມມູນິດ​ຫວຽດນາມ Nguyen Phu Trong , ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung, ອະ​ດີດ ປະທານ​ສະພາ​ແຫ່ງ​ຊາດ Nguyen Van An, ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ພ້ອມ​ດ້ວຍ​ບັນດາ​ທ່ານ​ກາ​ນນຳ​ພັກ, ລັດ ​ແລະ ບັນດາ​ຜູ້ນຳ​ອະ​ວຸ​ໂສ ທຸກ​ຖ້ວນ​ໜ້າ; ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຢືນຢັນ​ວ່າ: ທ່ານ​ເລຂາທິການ​ໃຫ່ຍພັກ​ກອມ​ມູນິດ​ຫວຽດນາມ Le Hong Phong ​ແມ່ນ​ລູກສິດ​ຜູ້ດີ​ເລີດ​ຂອງ​ປະທານ​ໂຮ່ຈິ​ມິນ, ​ເປັນ​ນັກ​ກອມ​ມູນິດ​ທີ່​ໜຽວ​ແໜ້ນ, ​ເປັນ​ການ​ນຳ​ທີ່​ເກັ່ງ​ກ້າ​ສາມາດ, ​ແມ່ນ​ນັກຮົບ​ທີ່​ສຸດ​ຈິດ​ສຸດ​ໃຈ​ຂອງ​ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ, ​ເພີ່ນ​ໄດ້​ອຸທິດ​ສວ່ນຕະຫຼອດ​ຊີວິດ​ໃຫ້​ແກ່​ພາລະກິດ​ເອກະລາ​ດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຢືນຢັນ​ວ່າ:

   “ສະຫາຍ Le Hong Phong ໄດ້​ເສຍສະຫຼະ​ໃນ​ຄາວອາຍຸ 40 ປີ, ​ເພີ່ນ​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ປະຕິວັດ 20 ປີ, ດ້ວຍ​ຄວາມ​ອົງອາດ​ກ້າຫານ, ສຸດ​ຈິດ​ສຸດ​ໃຈ,ສະຫາຍ Le Hong Phong ໄດ້​ອຸທິດ​ສ່ວນ​ຕະຫຼອດ​ຊີວິດ​ຂອງ​ຕົນ​ເພື່ອ​ພາລະກິດ​ການ​ປະຕິວັດ​ອັນ​ສະຫງ່າ​ລາສີຂອງ​ພັກ ​ແລະ ປະ​ເທດ​ຊາດ. ສະຫາຍ​ໄດ້​ເປັນ​ແບບຢ່າງ​ອັນ​ດີ​ເດັ່ນ​ໃນ​ຄຸນສົມບັດ​ການ​ປະຕິວັດ, ມີ​ຄວາມ​ຮັກ​ແພງ​ຕໍ່​ຄອບຄົວ, ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຕະຫຼອດຊີວິດ​ຂອງ​ເພີ່ນ​ໄດ້​ເສຍສະຫຼະ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ມີ​ຄວາມຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ປະຊາຊົນ, ສັດ​ຊື່​ບໍລິສຸດ​ຜຸດ​ຜ່ອງ​ຕໍ່​ກັບສະ​ຫາຍ, ​ເພື່ອນ​ມິດ “.

 

ຂ່າວ/ບົດ​ອື່ນ