ພິທີສະຫຼຸບການເຂົ້າຮ່ວມ SEA Games 32 ຂອງຄະນະນັກກິລາ ຫວຽດນາມ

(VOVWORLD) - ຄະນະນັກກິລາ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະ ລື່ນກາຍຄາດໝາຍວາງອອກ
ພິທີສະຫຼຸບການເຂົ້າຮ່ວມ SEA Games 32 ຂອງຄະນະນັກກິລາ ຫວຽດນາມ  - ảnh 1ພິທີສະຫຼຸບການເຂົ້າຮ່ວມ SEA Games 32 ຂອງຄະນະນັກກິລາ ຫວຽດນາມ
(ພາບ: TTXVN)

        ຕອນຄ່ຳວັນທີ 06 ກໍລະກົດ, ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽນາມ, ຄະນະກຳມະການ Olympic ຫວຽດນາມ ໄດ້ຈັດພິທີສະຫຼຸບການເຂົ້າຮ່ວມ SEA Games 32 ຂອງຄະນະນັກກິລາ ຫວຽດນາມ.

        ທີພິທີ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ປະທານຄະນະກຳມະການ Olympic ຫວຽດນາມ ຫງວຽນວັນຮຸ່ງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານຂອງຄະນະນັກກິລາ ຫວຽດນາມ ທີ່ຍາດໄດ້ຢູ່ SEA Games 32. ຕາມທ່ານລັດຖະມົນຕີແລ້ວ, ບັນດານັກກິລາໄດ້ເສີມຂະຫຍາຍຄຸນນະທາດ, ຄວາມເຊື່ອໝັ້ນ ແລະ ສຳຄັນແມ່ນຍາມໃດກໍ່ແຂ່ງຂັນຢ່າງສຸດຈິດສຸດໃຈ.

        ສ່ວນທ່ານຫົວໜ້າກົມກິລາ ກາຍຍະກຳ, ຫົວໜ້າຄະນະນັກກິລາ ຫວຽດນາມ ຢູ່ SEA Games 32 ດັ້ງຮ່າຫວຽດ ໄດ້ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ເພື່ອໃຫ້ກິລາ ຫວຽດນາມ ຍາດໄດ້ຜົນງານສູງກວ່າໃນບັນດາການແຂ່ງຂັນ ຕ້ອງມີການລົງທຶນສ້າງບັນດາພື້ນຖານດ້ານວັດຖຸ, ອຸປະກອນຝຶກແອບ ແລະ ແຂ່ງຂັນໃຫ້ຫຼາຍກວ່າ, ມີລະບອບ, ນະໂຍບາຍໃຫ້ແກ່ນັກກິລາ ແລະ ຄູຝຶກ.

        ທີ່ SEA Games 32 ເຊິ່ງຈັດຂຶ້ນແຕ່ວັນທີ 05 – 17 ພຶດສະພາ, ຢູ່ ກຳປູເຈຍ, ຄະນະນັກກິລາ ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະ ລື່ນກາຍຄາດໝາຍວາງອອກ, ດ້ວຍຜົນງານຄື: ຄວ້າໄດ້ 136 ຫຼຽນຄຳ, 105 ຫຼຽນເງິນ, 118 ຫຼຽນທອງ ແລະ ສ້າງ 4 ສະຖິຕິໃໝ່ຢູ່ SEA Games 32, ຢືນອັນດັບທີ 1 ທົ່ວຄະນະໃນງານມະຫາກຳກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ