ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016

(VOVWORLD) - ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016 ຈະດຳເນີນໃນຕອນຄ່ຳວັນທີ 21 ມິຖຸນາ ຢູ່ຫໍວັດທະນະທຳມິດຕະພາບ ຮ່າໂນ້ຍ, ກົງກັນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ
ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016 - ảnh 1 ການປະຊຸມຂ່າວ

ສະພາກຳມະການໄດ້ຄັດເລືອກເອົາບົດປະພັນໄດ້ 95 ບົດເພື່ອມອບລາງວັນ, ໃນນັ້ນ ລາງວັນ A ມີ 7 ລາງວັນ, ລາງວັນ B ມີ 24 ລາງວັນ, ລາງວັນ C ມີ 39 ລາງວັນ ແລະ ລາງວັນຊົມເຊີຍ 25 ລາງວັນ. ນີ້ແມ່ນຂໍ້ມູນຂ່າວໄດ້ປະກາດທີ່ການປະຊຸມຂ່າວລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016 ຈັດຕັ້ງໃນວັນທີ 14 ມິຖຸນາ ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ການປະຊຸມຂ່າວ ທ່ານ ໂຮ່ກວາງເລີຍ ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:

        “ຄຸນນະພາບລາງວັນສື່ມວນຊົນແຫ່ງຊາດນັບມື້ນັບໄດ້ຍົກສູງ ມຸ່ງໄປເຖິງການເປີດມືອາຊີບ, ປະກອບສ່ວນຍົກສູງທີ່ຕັ້ງ, ເຄື່ອງໝາຍການຄ້າຂອງລາງວັນລະດັບຊາດ. ບັນດາບົດປະພັນບັນລຸໄດ້ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016 ຄວາມຈິງແມ່ນບັນດາບົດປະພັນດີເດັ່ນ, ຢັ້ງຢືນເຖິງການລົງທຶນຢ່າງເຂັ້ມງວດກ່ຽວກັບກຳລັງເຫື່ອແຮງ, ພູມປັນຍາ, ສະຕິຄວາມຮັບຜິດຊອບສູງ ແລະ ພິເສດແມ່ນມີລັກສະນະປະດິດແຕ່ງຂອງແຕ່ລະນັກຂ່າວ, ກຸ່ມນັກຂ່າວ”.

        ພິທີສະຫລຸບ ແລະ ມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 11 ປີ 2016 ຈະໄດ້ຮັບການຖ່າຍທອດສົດຜ່ານວິທະຍຸກະຈາຍສຽງ ຫວຽດນາມ ແລະ ໂທລະພາບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ