ພິທີສະເຫຼີມສະຫຼອງ 150 ປີ ແຫ່ງວັນຄ້າຍວັນເກີດຂອງນັກວິລະຊົນແຫ່ງຊາດ ອິນເດຍ Mahatma Gandhi

(VOVWORLD) -ຕອນບ່າຍວັນທີ 02 ຕຸລາ, ທີ່ສໍານັກງານວິທະຍຸກະຈາຍສຽງຫວຽດນາມ ຢູ່ຮ່າໂນ້ຍ, ສະຖານທູດ ອິນເດຍ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 150 ປີ ແຫ່ງວັນ ຄ້າຍວັນເກີດຂອງຜູ້ນໍາ ອິນເດຍ Mahatma Gandhi (1869 – 1948).
ພິທີສະເຫຼີມສະຫຼອງ 150 ປີ ແຫ່ງວັນຄ້າຍວັນເກີດຂອງນັກວິລະຊົນແຫ່ງຊາດ ອິນເດຍ Mahatma Gandhi - ảnh 1ພິທີສະເຫຼີມສະຫຼອງ 150 ປີ ແຫ່ງວັນ ຄ້າຍວັນເກີດຂອງຜູ້ນໍາ ອິນເດຍ Mahatma Gandhi  

ກ່າວຄໍາເຫັນທີ່ພິທີ, ທ່ານ Pranay Verma ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ ຊີ້ແຈ້ງວ່າ: ບັນດາແນວຄິດຂອງທ່ານ Mahatma Gandhi  ກ່ຽວກັບທາດແທ້ຂອງສັນຕິພາບ ແລະ ບໍ່ໃຊ້ຄວາມຮຸນແຮງ ໄດ້ປຸກລຸກນໍ້າໃຈລຸກຮືຂຶ້ນຕໍ່ສູ້ຕ້ານຈັດກະພັດຢູ່ຫຼາຍປະເທດ ອາຊີ ແລະ ອາຟະລິກາ, ໃນນັ້ນ ມີການຕໍ່ສູ້ຍາດເອົາອິດສະຫຼະພາບຂອງຫວຽດນາມ ໂດຍປະທານ ໂຮ່ຈີມິນ ນໍາພາ. ການນໍາພາ ແລະ ສານຕ່າງໆ ກ່ຽວກັບຄຸນສົມບັດຂອງມະນຸດ ແລະ ສິດເສລີ ຂອງການນໍາສອງຄົນນັ້ນ ໄດ້ເປັນແຫຼ່ງບັນດານໃຈເພື່ອໃຫ້ປະຊາຊົນສອງປະເທດ ມີກ້າອາດຫານ ແລະ ໝັ້ນໃຈລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດ ແລະ ຍາດເອົາເອກະລາດ. ທ່ານກ່າວວ່າ:

        “ພວກເຮົາພວມສະເຫຼີມສະຫຼອງ 150 ປີ ແຫ່ງວັນ ຄ້າຍວັນເກີດຂອງນັກວິລະຊົນແຫ່ງຊາດ ອິນເດຍ Mahatma Gandhi ແລະ ເບິ່ງຄືວ່າ ປັດຈຸບັນ, ກໍາລັງແຮງໃນສານຂອງເພີ່ນ ຍັງໄດ້ສ່ອງແສງໃນບັນດາບັນຫາທີ່ໄດ້ເຕື້ອງເຖິງ. ຜ່ານທິດສະດີປັດຊະຍາຂອງເພິ່ນ ໄດ້ສອນໃຫ້ພວກເຮົາກ່ຽວກັບເລື່ອງເຮັດແນວໃດເພື່ອປະເຊີນໜ້າກັບລັດທິໃຊ້ຄວາມຮຸນແຮງ ແລະ ລັດທິກໍ່ການຮ້າຍທີ່ເກີດຂຶ້ນໃນທົ່ວໂລກໃນປັດຈຸບັນ ຫຼື ເຮັດແນວໃດເພື່ອຊອກຫາໄດ້ບັນດາມາດຕະການແກ້ໄຂແບບຍືນຍົງສໍາລັບບັນຫາການປ່ຽນແປງຂອງດິນຟ້າອາກາດ. ວິໄສທັດຂອງເພິ່ນ ທີ່ໄດ້ມອບສິດໃຫ້ແກ່ຄົນທຸກຍາກນັ້ນ ພວມຊັກຈູງການປ່ຽນແປງໃໝ່, ພັດທະນາປະເທດ ອິນເດຍ ຢ່າງຮອບດ້ານໃນປັດຈຸບັນ. ພິທີນີ້ ແມ່ນໂອກາດສໍາຄັນເພື່ອໃຫ້ພວກເຮົາຫວນຄືນ ແລະ ຢືນຢັນບັນດາຄຸນຄ່າ ແລະ ແນວຄິດຂອງເພ່ິນ”. 

ຕອບກັບ

ຂ່າວ/ບົດ​ອື່ນ