ພິທີສະເຫຼີມສະຫຼອງ 224 ປີແຫ່ງວັນໄຊຊະນະ ງອກໂຫ່ຍ - ດົ່ງດາ

ພິທີສະເຫຼີມສະຫຼອງ 224 ປີແຫ່ງວັນໄຊຊະນະ ງອກໂຫ່ຍ - ດົ່ງດາ - ảnh 1
ພິທີ​ງານ​ບຸນສະ​ເຫຼີມສະຫຼອງ 224 ປີ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຫ່​ຍ - ດົ່ງ​ດາ ​
(ພາບ: dantri.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/2 (ກົງ​ກັບ​ວັນ​ທີ 5 ​ເດືອນ​ຈຽງ​ໄລ່​ຕາມ​ຈັນທະ​ປະຕິ​ທີ​ນ), ພິທີ​ງານ​ບຸນສະ​ເຫຼີມສະຫຼອງ 224 ປີ​ແຫ່ງ​ວັນ​ໄຊຊະນະ ງອກ​ໂຫ່​ຍ - ດົ່ງ​ດາ ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ ຢູ່ ຮ່າ​ໂນ້ຍ ​ແນ​ໃສ່​ເຊີດ​ຊູ​ຮູບ​ພາບ​ນັກ​ວິລະ​ຊົນ​ ກວາງ​ຈູງ - ຫງວຽນ​ເຫ້ວ ດ້ວຍ​ບັນດາ​ວິລະ​ກຳ​ທີ່​ລືຊາ​ຜາ​ກົດ ​ໃນ​ການ​ຕ້ານພວກ​ຊິງ - ສັດຕູ​ເຂົ້າ​ມາ​ຮຸກ​ຮານ. ມີ​ຊາວ​ນະຄອນຫຼວງ ​ແລະ ​ແຂກ​ສາລະ​ທິດ​ນັບ​ພັນ​ຄົນ ​ໄດ້​ມາ​ຮ່ວມ​ງານ​ບຸນ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື​ພິທີ​ຖະຫວາຍ​ທູບ​ທຽນ​ບູຊາ, ພິທີ​ແຫ່​ວໍ, ຟ້ອນ​ມັງກອນ, ການສະ​ແດງ​ສິລະ​ປະ, ມວຍ​ພື້ນ​ເມືອງ ​ແລະ ອື່ນໆ.​.​.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ຢູ່ ​ແຂວງ​ເທ່ືອ​ທຽນ​ເຫ້ວ ກໍ່ ​ໄດ້​ຈັດ​​ພິທີຖະຫວາຍ​ທູບ​ທຽນ​ບູຊາ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 225 ປີ​ແຫ່ງ​ວັນ ກວາງ​ຈູງ - ຫງວຽນ​ເຫ້ວຂຶ້ນ​ຄອງ​ລາຊະ​ບັນລັງ ​ແລະ 224 ປີ​ແຫ່ງ ໄຊຊະນະ ງອກ​ໂຫ່​ຍ - ດົ່ງ​ດາ ຢູ່​ຕາ​ແສງ ອານ​ໄຕ ນະຄອນ ​ເຫ້ວ.

ຂ່າວ/ບົດ​ອື່ນ