ພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນຢູ່ນິວເຊີແລນ


 ພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນຢູ່ນິວເຊີແລນ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ນິວ​ເຊີ​ແລນ ຫງວຽນ​ຫວຽດ​ຢຸງກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld)-  ຕອນ​ຄ່ຳ​ວັນ​ທີ 11/8, ຢູ່​ນະ​ຄອນຫຼວງ ເວ​ລິນ​ຕອນ, ສະ​ຖານ​ທູດ​ຫວຽດ​ນາມ​ໄດ້​ເປັນ​ປະ​ທານ ແລະ ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢູ່​ນິວ​ເຊີ​ແລນ ຈັດ​ການ​ຕ້ອນ​ຮັບ​ແຂກ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ​ (8/8/1967 – 8/8/2015) ,  ແລະ ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງການ​ພົວ​ພັນ​ຄູ່​ຮ່ວມ​ມື​ອາ​ຊຽນ-ນິວ​ເຊີ​ແລນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ນິວ​ເຊີ​ແລນ ຫງວຽນ​ຫວຽດ​ຢຸງ ເນັ້ນ​ໜັກ​ວ່າ ອາ​ຊຽນ​ພາຍຫຼັງ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫາ​ຍາຍ​ຕົວ, ໄດ້​ກາຍ​ເປັນ​ອົງ​ການ​ຮ່ວມ​ມື​ລະ​ດັບ​ພາກ​ພື້ນ​ຮອບ​ດ້ານ, ແມ່ນ​ປະ​ຊາ​ຄົມ​ການ​ເມືອງ, ເສດ​ຖະ​ກິດ ມີ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ຂະ​ຫຍັນ​ຂັ່ນ​ເຄື່ອນ. ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ໂດຍ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ສູນ​ກາງ​ໃນ​ທ້າຍ​ປີ 2015 ແນ່ນອນ​ວ່າ ຈະ​ແມ່ນຫຼັກ​ໝາຍ​ທ​ີ່​ສຳ​ຄັນ​ຂອງ​ອາ​ຊຽນ.

ຂ່າວ/ບົດ​ອື່ນ