ພິ​ທີ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 7 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກຳມະການແນວໂຮມປະເທດຊາດ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງແນວໂຮມເອກະພາບ - ວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2020).
ພິ​ທີ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ - ảnh 1ບຸກຄົນທີ່ເປັນແບບຢ່າງດີເດັ່ນ ໃນວຽກງານແນວໂຮມປະເທດຊາດ (ພາບ: TTXVN)

ເມື່ອຫວນຄືນມູນເຊື້ອຂອງແນວໂຮມປະເທດຊາດ ຫວຽດນາມໃນໄລຍະ 90 ປີຜ່ານມາ, ທ່ານນາງ ຫງວຽນລານເຮືອງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ ໄດ້ຢັ້ງຢືນວ່າ: ຜ່ານບັນດາໄລຍະປະຫວັດສາດ, ແນວໂຮມປະເທດຊາດ ຫວຽດນາມ ນະຄອນຮ່າໂນ້ຍ ໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນ ເຮັດໃຫ້ສັດຕູຮຸກຮານ ຖືກປະລາໄຊ, ປົກປັກຮັກສາໄດ້ຜືນແຜ່ນດິນອັນຄົບຖ້ວນ, ປະຕິບັດພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດຊາດ. ແນວໂຮມປະເທດຊາດແມ່ນຂົວເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງ ຄະນະພັກທຸກຂັ້ນ, ອຳນາດການປົກຄອງ ແລະ ປະຊາຊົນທຸກຊັ້ນວັນນະ.

ທີ່ພິທີ, ຄະນະກຳມະການແນວໂຮມປະເທດຊາດ ນະຄອນຮ່າໂນ້ຍໄດ້ຍ້ອງຍໍສັນລະເສີນ ບຸກຄົນທີ່ເປັນແບບຢ່າງດີເດັ່ນ 90 ຄົນ ໃນວຽກງານແນວໂຮມປະເທດຊາດ, ຍ້ອງຍໍສັນລະເສີນບັນດາຂໍ້ລິເລີ່ມ, ແນວຄວາມຄິດໃໝ່ທີ່ດີເດັ່ນ ແລະ ມອບໃບຢັ້ງຢືນໃຫ້ແກ່ 4 TOP ວິສາຫະກິດ “ຜະລິດຕະພັນຫວຽດນາມທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວຫວຽດນາມ” ໂດຍຄັດເລືອກໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ