ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມຈັດ​ຂຶ້​ນຢູ່ລາວ

ພິທີສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມຈັດ​ຂຶ້​ນຢູ່ລາວ - ảnh 1
ທ່ານ ສົມແກ້ວ ສີລະວົງ ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ
ລາວ ແລະ ຜູ້ຕາງໜ້າກະຊວງຕຳຫລວດ ຫວຽດນາມ ປະຈຳ ລາວ
(ພາບ: PhamKien/TTXVN)

(vovworld) - ​ ຕອນ​ຄ່ຳ​ວັນ​ທີ 10/8, ຢູ່​ນະຄອນຫລວງ ວຽງ​ຈັນ ລາວ, ສະຖານ​ທຸດ ​ແລະ ອົງການ​ຕາງໜ້າ​​ກະຊວງ​ຕຳຫລວດ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫລວດ​ປະຊາຊົນ ຫວຽດນາມ ​ແລະ 10 ປີ​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພປະ​ເທດ​ຊາດ. ​ເຂົ້າ​ຮ່ວມ​​ພິທີມີທ່ານ ພັນ​ຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ຮອງ​ນາຍົກລັດຖະມົນຕີ, ປະທານ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ.

           ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ແມ້ງ​ຮຸ່ງ ​ເນັ້ນ​ໜັກ​ພ້ອມກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມສາມັກ​ຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ, ການ​ພົວພັນ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ 2 ກຳລັງ​ຕຳຫລວດ 2 ປະ​ເທດ, ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ​ໄດ້​ກາຍ​ເປັນ​ການ​ພົວພັນທີ່​ເປັນ​ແບບຢ່າງ​ທີ່​ຫາ​ຍາກ​ຢູ່​ໃນ​ໂລກ.

           ​ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ ​ແລະ ອົງການ​ຕາງໜ້າ​​ກະຊວງ​ຕຳຫລວດ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ການ​ແຂ່ງຂັນ​ກິລາ, ສະ​ແດງ​ສິລະ​ປະ ​ແລະ ຍ້ອງ​ຍໍການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ. ນ້ຳ​ໃຈ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ຂ່າວ/ບົດ​ອື່ນ