ພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງVOV

ພິທີສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງVOV - ảnh 1
(ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ກ່າວຄຳເຫັນທີ່ີພິທີ)

(vovworld) – ​​​ ຕອນ​ເຊົ້າ​ວັນ​ທີ 7/9 ຢູ່​ຮ່າ​ໂນ້ຍ, ວິທະຍຸ​ກະຈາຍສຽງ ຫວຽດນາມ​ ຈັດຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ (7/9/1945 – 7/9/2015) ຢ່າງ​ສົມ​ກຽດ ​ແລະ ຕອນ​ຮັບ​ຫຼຽນ​ໄຊ​​ເອກະລາດ​ຊັ້ນ 1 ​ເທື່ອ​ທີ 2 ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ອະດິດປະທານ​ປະ​ເທດ ​ເລ​ດຶກ​​ແອ​ງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ, ຫົ​ວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ຮ່າ​ທິຄຽດ, ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ພ້ອມ​ກັບ​ບັນດາ​ຜູ້ຕາງໜ້າບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ.

        ​ໃນ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ພັດທະນາ, ວິທະຍຸ​ກະຈາຍສຽງ ຫວຽດນາມ ຍາມ​ໃດ​ກໍ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊົນ​ຊາດ, ປະ​ເທດ. ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແມ່ນ​ສຽງ​ເວົ້າ​ຂອງ​ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ທ່ານ​ ຫງວຽນ​ດັງ​ຕຽນ, ຜູ້ອຳນວຍ​ການ​ໃຫຍ່ VOV  ​ໃຫ້​ຮູ້​ວ່າ:

        “VOV ​ໄດ້​ມີ​ບັນດາ​ບາດກ້າວ​ຂະຫຍາຍ​ຕົວຢ່າງ​ແຂງ​ແຮງ​ນັບ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ. ຈາກ​ການ​ອອກ​ອາກາດ​ບັນດາ​ລາຍການ​ໃນ​ເບື້ອງ​ຕົ້ນ​ເປັນ​ເວລາ 90 ນາທີ, ມາ​ຮອດ​ປະຈຸ​ບັນ VOV  ອອກ​ອາກາດ​ເປັນ​ເວລາ​ກ່ວາ 600 ຊົ່ວ​ໂມງດ້ວຍກ່ວາ 250 ລາຍການ​ຕໍ່​ວັນ ​ເພື່ອ​ຮັບ​ໃຊ້​ທຸກ​ເປົ້າ​ໝາຍ​​ໃນ​ສັງຄົມ. ຄື້ນຂອງ  VOV ​ໄດ້​ປົກ​ຄຸມ 97,43% ​ເຂດ​ຊຸມ​ຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ບໍລິ​ເວນ​ທີ່​ກ້ວາງ​ໃຫຍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໃນ​ໂລກ ”.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​​ເຫຼີ​ມສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ ​ເນັ້ນ​ໜັກ​ວ່າ:

        “ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວສານ​ແມ່ນ​ຕ້ອງ​ທັນ​ການ, ຊັດ​ຊື່ ​ແລະ ດູດ​ດຶມ. ມັນ​ຮຽກຮ້ອງ​​ໃຫ້​ພະນັກງານ, ນັກ​ຂ່າວ​ແຕ່ລະຄົນ​ບໍ່​ພຽງ​ແຕ່​ມີ​ຄວາມ​ເຂົ້າ​ໃຈ, ຄຸນ​ນະ​ທາດ ​ແລະ ​ໄຫວພິກ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ລັກສະນະ​ອາຊີບ​ສູງ. ພະນັກງານ, ນັກ​ຂ່າວ, ນັກ​ສິລະ​ປິນ​ແຕ່ລະຄົນ​ຂອງ VOV ລ້ວນ​ແຕ່​ໄດ້​ຮັບ​ກຽດ​ເພື່ອ​ພ້ອມ​ກັນຮ້ອງ​ຄຳ​ວ່າ: ທີ່​ນີ້​ສະຖານີ​ວິທະຍຸກະຈາຍສຽງ ຫວຽດນາມ. ຄວາມ​ເປັນ​ກຽດ​ນີ້ ຄວນ​ໄດ້​ຮັບ​ການ​ຮັກສາ ​ແລະ ທະນຸ​ທະ​ຫນອມ”.

 

 

ຂ່າວ/ບົດ​ອື່ນ