ພິທີສະເຫລີມ35ປີແຫ່ງວັນສ້າງຕັ້ງສະມາຄົມພຸດທະສາສະຫນາຫວຽດນາມ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 7/11 ຢູ່ ຮ່າໂນ້ຍ, ສະມາຄົມພຸດທະສາສະຫນາຫວຽດນາມໄດ້ຈັດຕັ້ງພິທີສະເຫລີມສະຫລອງ 35 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫລຽນໄຊແຮງງານຊັ້ນຫນຶ່ງ. ທີ່ພິທີ, ພະມະຫາອາຈານ ທີກຈີກວ໋າງ, ຮອງປະທານ ສະມາຄົມພຸດທະສາສະຫນາຫວຽດນາມໄດ້ ອ່ານສານຂອງສັງຄະນາຍົກ ສະມາຄົມພຸດທະສາສະຫນາຫວຽດນາມ ສົ່ງເຖິງພະອາຈານ, ພະສົງສຳມະເນນພຸດທະສາສະນີກະຊົນຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນ ເນັ້ນຫນັກວ່າ: ສະມາຄົມພຸດທະສາສະຫນາຫວຽດນາມ ເສີມຂະຫຍາຍມູນເຊື້ອປ້ອງກັນປະເທດຊາດ, ເຮັດໃຫ້ປະຊາຊົນມີຄວາມຜາສຸກ, ຮ່ວມເດີນທາງກັບປະເທດຊາດຂອງສາສະຫນາຫວຽດນາມ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ, ຍູ້ແຮງບັນດາການເຄື່ອນໄຫວການຕ່າງປະເທດດ້ານວັດທະນະທຳສາສະຫນາ, ເບິ່ງແຍງດູແລດ້ານວັດທະນະທຳ ຈິດວີນຍານຂອງປະຊາຄົມຫວຽດນາມ ຢູ່ ຕ່າງປະເທດ. ຜ່ານນັ້ນ ແນະນຳໃຫ້ເພື່ອນມິດສາກົນ ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ ແລະຊາວຫວຽດນາມກວ່າ.
ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຢືນຢັນວ່າ: ໃນຕະຫລອດ 2000 ປີແຫ່ງການພັດທະນາຢູ່ຫວຽດນາມ, ສາສະຫນາພຸດ ໄດ້ກາຍເປັນຄວາມຕ້ອງການດ້ານຈິດວີນຍານທີ່ຂາດບໍ່ໄດ້ຂອງປະຊາຊົນຫວຽດນາມ ສ່ວນໃຫຍ່, ກາຍເປັນປັດໄຈສຳຄັນໃນພື້ນຖານວັດທະນະທຳຫວຽດນາມ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ມອບຫລຽນໄຊແຮງງານຊັ້ນຫນຶ່ງໃຫ້ແກ່ ສະມາຄົມພຸດທະສາສະຫນາຫວຽດນາມ