ພິທີອອກເຄື່ອນພົນທຳການຜະລິດໃນຍາມຕົ້ນປີໃໝ່

ພິທີອອກເຄື່ອນພົນທຳການຜະລິດໃນຍາມຕົ້ນປີໃໝ່ - ảnh 1
ພາບປະກອບ

(vovworld) - ວັນ​ທີ 14/2, ບໍລິສັດ​ອຸດສາຫະກຳ​ຕໍ​ກຳ່​ປັ່ນ ຢູງກວດ - ກວາງ​ຫງາຍ ​ໄດ້​ຈັດ​ພິທີອອກ​ເຄື່ອນ​ພົນ​ທຳ​ການ​ຜະລິດ​ໃນ​ຍາມ​ຕົ້ນ​ປີ​ໃໝ່ 2013, ມີ​ນັກ​ວິ​ສາ​ຫະກອນ, ກຳ​ມະກອນ​ກ່ວາ 100 ຄົນ​ຂອງ​ບໍລິ​ສັດ​ໄດ້​ລົງມື​ຕໍ່ກຳ​ປັ່ນ​ບໍລິ​ການ 2 ລຳ​ຕາມ​ສັນຍາ​ທີ່​ໄດ້​ລົງ​ນາມ​ກັບ​ອົງການ​ຮ່ວມ​ທຸລະ​ກິດ​ຫວຽດ​ໂຊ​ເປ​ໂຈ. ຄາດ​ວ່າ ​ໃນ​ປີ​ນີ້, ບໍລິສັດ​ອຸດສາຫະກຳ​ຕໍ່ ກຳ່​ປັ່ນ ຢູງກວດ - ກວາງ​ຫງາຍ ຈະ​ໃຫ້​ກຳ​ປັນ່ບັນທຸກ​ນ້ຳມັນ 105.000 ​ໂຕນ​ລົງ​ນ້ຳ ​ແລະ ປະກອບ​ກຳ​ປັ່ນບັນທຸກ​ນ້ຳໜັກ 104.000 ​ໂຕນ​ໃຫ້​ສຳ​ເລັດ, ສູ້​ຊົນ​ບັນລຸ​ລາຍ​ຮັບ​ກ່ວາ 1.200 ຕື້​ດົງ. ສະ​ເພາະ​ໃນ​ເດືອນ 2 ນີ້, ທາງບໍລິ​ສັດຈະ​ສ້າງ​ສຳ​ເລັດ ​ແລະ ດຳ​ເນີນ​ພິທີ​ມອບ​ຮັບ​ຮ້ານ​ເຈາະ​ນ້ຳມັນ ຕາມ​ດ້າວ​ເລກ 1 ​ໃຫ້​ແກ່​ລູກ​ຄ້າ. ທ່ານ​ຫງວຽນ​ວັນ​ໂຫ້​ຍ ປະທານ​ສະພາ​ສະມາຊິກບໍລິສັດ​ອຸດສາຫະກຳ​ຕໍ​ກຳ່​ປັ່ນ ຢູງກວດ - ກວາງ​ຫງາຍ ​ໃຫ້​ຮູ້​ວ່າ :

“ ພາຍຫຼັງ​ບຸນ​ເຕັດ, ພະຍາຍາມສຳ​ເລັດ​ການ​ສ້ອມ​ແປງ​ຮ້ານ​ເຈາະ​ນ້ຳມັນ ຕາມ​ດ້າວ​ໃຫ້​ສຳ​ເລັດ​ໂດຍ​ໄວ​ເພື່ອ​ມອບ​ໃຫ້​ລູກ​ຄ້າ​ໃນ​ທ້າຍ​ເດືອນ 2, ຫຼັງ​ຈາກ​ນັ້ນ​ທາງ​ໂຮງງານ​ຈະ​ສຳ​ເລັດ​ການ​ປະກອບ​ກຳ່​ປັ່ນ 104, ພ້ອມ​ກັນ​ນັ້ນ​ກໍ່​ພະຍາຍາມ​ໃຫ້​ກຳ່​ປັ່ນ 105 ລົງ​ສູ່​ທະ​ເລ. ​ໃນ​ປີ 2013 ນອກຈາກ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ກ່າວ​ມານ​ັ້ນ, ທາງ​ໂຮງງານ​ຈະ​ຕໍ່​ກຳ່​ປັ່ນ​ບໍລິການ​ໃໝ່ 2 ລຳ.”

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຊາວນາ​ຢູ່​ບໍລິ​ເວ​ນຕ່າງໆ​ໃນ​ແຂວງ ​ເຊີນ​ລາ ​ໄດ້​ພ້ອມ​ກັນ​ລົງ​ນາ​ເລີ່​ມຕົ້ນ​ລະດູ​ການ​ປູກຝັງ​ໃໝ່. ນາງ ດິງທິ​ເທີ້ນ, ຢູ່​ບ້ານ ບ່ວຍ 2 ຕາ​​ແສງ ຮີ​ເຕີນ, ​ເມືອງ ຟູ໋ອານ​ ​ໃຫ້​ຮູ້​ວ່າ:

“ພວກ​ເຮົາ​ມ່ວນ​ຊື່ນ​ໃນຍາມ​ປີ​ໃໝ່ ​ແຕ່​ກໍ່​ບໍ່​ຫຼົງ​ຫຼື່ມວຽກ​ໄຮ່​ການ​ນາ. ມື້​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ເລີ່​ມອອກ​ໄປ​ທົ່ງ​ໄຮ​ທົ່ງ​ນາ ກະກຽມ​ນ້ຳ, ​ເບ້ຍ​ໄມ້ ​ເພື່ອ​ຮັບ​ໃຊ້​ລະດູ​ການ​ປູກຝັງ​ໃໝ່. ​ໃຜໆ ກໍ່​ຫວັງ​ວ່າ ​ໃນ​ປີ​ໃໝ່​ດິນ​ຟ້າ​ອາກາດ​ຈ​ະ​ເອື້ອ​ອຳ​ນວນ​ຄວາມ​ສະດວກ, ລະດູ​ການ​ຜະລິດ​ຈະ​ໄດ້​ຮັບ​ຜົນ​ດີ ​ອັນ​ຈະ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ດີ​ຂຶ້ນ”

 

ຂ່າວ/ບົດ​ອື່ນ