ພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່

(VOVWORLD) - ຕອນຕ່ຳວັນທີ 14 ຕຸລາ ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່. 
ພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຊາວກະສິກອນມີປະມານ 60 ລ້ານຄົນ, ກວມເອົາ 2/3 ຈຳນວນພົນລະເມືອງໃນທົ່ວປະເທດ, ກຳລັງຊາວກະສິກອນ ຫວຽດນາມ ຍາມໃດກໍ່ແມ່ນເສົາຄ້ຳໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີສະເໜີທຸກຂະແໜງການ, ທຸກຂັ້ນ ແລະ ສະມາຄົມຊາວກະສິກອນ ຫວຽດນາມ ຄວນສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຢ່າງຄົບຊຸດ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ສະມາຄົມຊາວກະສິກອນຕ້ອງມີມາດຕະການໜູນຊ່ວຍແທດຈິງ, ມີປະສິດທິຜົນ ຊ່ວຍໃຫ້ຊາວກະສິກອນເພີ່ມທະວີການຮ່ວມສຳພັນ, ຈັດຕັ້ງການຜະລິດຕາມທິດຫັນໄປສູ່ການຜະລິດເປັນສິນຄ້າມີຂອບຂະໜາດໃໝ່, ແຕ່ເສດຖະກິດຄອບຄົວນ້ອຍໄປຍັງການຮ່ວມສຳພັນສະຫະກອນ ແລະ ພ້ອມກັບບັນດາວິສາຫະກິດເຂົ້າຮ່ວມການຜະລິດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ