ພິທີເຊີດຊູນັກທຸລະກິດດີເດັ່ນຢູ່ເຂດແຄມທະເລພາກເໜືອ ປີ 2018

(VOVWORLD) -ຕອນຄໍ່າວັນທີ 4 ຕຸລາ, ຢູ່ນະຄອນ ຫາຍຟ່ອງຂອງຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ (13/10) ແລະ ເຊີດຊູນັກທຸລະກິດດີເດັ່ນ ຢູ່ເຂດແຄມທະເລພາກເໜືອ ປີ 2018

ພິທີເຊີດຊູນັກທຸລະກິດດີເດັ່ນຢູ່ເຂດແຄມທະເລພາກເໜືອ ປີ 2018 - ảnh 1ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ເຊີດຊູ ແລະ ມອບໃບຍ້ອງຍໍ “ນັກທຸລະກິດດີເດັ່ນ ກຸ່ມວິສາຫະຫິດທ້ອງຖິ່ນ ປີ 2018” ໃຫ້ການນໍາວິສາຫະກິດເຂດແຄມທະເລພາກເໜືອ 30 ຄົນ (ພາບ: An Đang - TTXVN)

ທີ່ພິທີສະເຫຼີມສະຫຼອງ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ໄດ້ເຊີດຊູ ແລະ ມອບໃບຍ້ອງຍໍ “ນັກທຸລະກິດດີເດັ່ນ ກຸ່ມວິສາຫະຫິດທ້ອງຖິ່ນ ປີ 2018” ໃຫ້ການນໍາວິສາຫະກິດເຂດແຄມທະເລພາກເໜືອ 30 ຄົນ. ພິເສດ, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ໄດ້ເຊີດຊູ ແລະ ມອບນາມມະຍົດນັກທຸລະກິດດີເດັ່ນ ໃຫ້ແກ່ ນັກທຸລະກິດ ແບກຖ໊າຍເບື໋ອຍ, ເຊິ່ງເປັນຜູ້ໄດ້ຮັບຂະໜານນາມວ່າ ແມ່ນ “ເຈົ້າຊີວິດຂອງກໍ່າປັ່ນຫວຽດນາມ” ໃນຕົ້ນສະຕະວັດທີ 20.

ຕອບກັບ

ຂ່າວ/ບົດ​ອື່ນ