ພິທີເລີ່ມລົງມືກໍ່ສ້າງສູນຜະລິດແນວພັນກຸ້ງເຕັກໂນໂລຊີສູງຢູ່ຈາວີງ

 

ພິທີເລີ່ມລົງມືກໍ່ສ້າງສູນຜະລິດແນວພັນກຸ້ງເຕັກໂນໂລຊີສູງຢູ່ຈາວີງ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ
​ຫວຽດ​ນາມ​ຫງວຽນ​ທ້ຽນ​ເຍີນ

(vovworld)- ວັນ​ທີ 4/3 ຢູ່ ຈາ​ວີງ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ ແຂວງ ຈາ​ວີງ ແລະ ກຸ່ມ​ບໍ​ລິ​ສັດ ທົງ​ທ້ວນ ຈັດ​ຕັ້ງ​ພິ​ທ​ີ​ເລີ່ມ​ລົງ​ມືກໍ່​ສ້າ​ງ​ສູນ​ຜະ​ລິດ​ແນວ​ພັນ​ກຸ້ງ​ເຕັກ​ໂນ​ໂລ​ຊີ​ສູງ ​ທົງ​ທ້ວນ - ຈາ​ວີງ.

ນະ​ພິ​ທີ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຫງວຽນ​ທ້ຽນ​ເຍີນ ຕີ​ລາ​ຄາ​ສູງ​ຄວາມ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ຕັດ​ສິນ​ໃຈ​ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ກໍ​ຄື​ອຳ​ນາດ​ການ​ປົກ​ຄອງ ຈາ​ວີງ ໃນ​ການ​ເລີ່ມ​ລົງ​ມ​ືກໍ່​ສ້າງ​ສູນ​ຜະ​ລິດ ແນວ​ພັນ​ກຸ້ງ​ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ ປີ 2016, ໃນ​ສະ​ພາບ​ການ​ອາ​ກາດບໍ່​ສະ​ດວກ, ຕະ​ຫລາດ​ສາ​ກົນ​ມີ​ການ​ຜັນ​ແປ ແຕ່​ການ​ສົ່ງ​ອອກ​ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ໃນ​ນັ້ນ ມີ​ການ​ສົ່ງ​ອອກ​ກຸ້ງ, ຈາກນັ້ນ ປະ​ກອບ​ສ່ວນ​ເຮັດ​ໃຫ້​ເສດ​ຖະ​ກິດ​ແບບ​ຍືນ​ຍົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ສົ່ງ​ອອກ​ແມ່ນ​ໃຫຍ່​ຫລວງ ແຕ່​ເຮັດ​ແນວ​ໃດ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ ນັ້ນ​ແມ່ນ​ຄາດ​ໝາຍ​ຂອງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່. 


ຕອບກັບ

ຂ່າວ/ບົດ​ອື່ນ