ພິ​ທີ​ໄຂ​ງານ​ບຸນ​ອາ​ຫານ​ການ​ກິນສາ​ກົນ ດ່າ​ນັ້ງ 2019

(VOVWORLD) -ງານບຸນອາຫານການກິນຈະໄດ້ດຳເນີນໃນລະຫວ່າງວັນທີ 2 – 6 ມິຖຸນາ 2019.
ພິ​ທີ​ໄຂ​ງານ​ບຸນ​ອາ​ຫານ​ການ​ກິນສາ​ກົນ ດ່າ​ນັ້ງ 2019 - ảnh 1ງານບຸນອາຫານການກິນດຶງດູດໄດ້ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ 

        ຕອນຄ່ຳວັນທີ 2 ມິຖຸນາ, ກົມການທ່ອງທ່ຽວນະຄອນດ່ານັ້ງໄດ້ຈັດຕັ້ງພິທີໄຂງານບຸນອາຫານການກິນສາກົນດ່ານັ້ງ 2019 ດ້ວຍຫົວຂໍ້ວ່າ “ລົດຊາດຂອງບ້ານເກີດເມືອງນອນ” ໂດຍມີການເຂົ້າຮ່ວມຂອງພໍ່ຄົວແມ່ຄົວທີ່ມີຊື່ສຽງ 13 ຄົນທີ່ມາຈາກ ຫຼາຍປະເທດໃນໂລກຄື ເຢຍລະມັນ, ເມກຊີໂກ, ອົດສະຕາລີ, ອີນເດຍ, ຈີນ, ຊູແອດ, ອາເມລິກາ, ຕວກກີ, ເກຼັກ, ມາເລເຊຍ, ສິງກະໂປ…ຈຸດພົ້ນເດັ່ນຂອງງານບຸນນີ້ແມ່ນບັນດາພໍ່ຄົວແມ່ຄົວຈະປຸງແຕ່ງບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງປະເທດຕົນດ້ວຍວັດຖຸດິບ ຫວຽດນາມເພື່ອສະແດງປຸງແຕ່ງເຍື່ອງອາຫານ, ຮັບໃຊ້ໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ. ແຕ່ລະຄືນທ່ານປະທານສະມາຄົມພໍ່ຄົວແມ່ຄົວທົ່ວໂລກ Thomas Andeas Gugles ຈະເລືອກເອົາພໍ່ຄົວຫຼືແມ່ຄົວຄົນໜຶ່ງທີ່ດີເດັ່ນຂອງປະເທດຊາດນັ້ນມາສະແດງ ແລະ ປຸງແຕ່ງອາຫານທີ່ເປັນເອກະລັກສະເພາະ.

ງານບຸນອາຫານການກິນຈະໄດ້ດຳເນີນໃນລະຫວ່າງວັນທີ 2 – 6 ມິຖຸນາ 2019.

ຕອບກັບ

ຂ່າວ/ບົດ​ອື່ນ