ພື້ນຖານເສດຖະກິດລັດເຊຍມີສະຖຽນລະພາບ


ພື້ນຖານເສດຖະກິດລັດເຊຍມີສະຖຽນລະພາບ - ảnh 1
ປະທານາທິບໍດີ ລັດ​ເຊຍ ​ປູ​ຕີນ
(ພາບ: AP)

        (vovworld) - ວັນ​ທີ 11/11, ປະທານາທິບໍດີ ລັດ​ເຊຍ ​ປູ​ຕີນ ​ຕີ​ລາຄາວ່າ ​ສະພາບ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ໄດ້​ມີ​ສະຖຽນ​ລະ​ພາບ. ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ​ລັດຖະບານ​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ, ປະທານາທິບໍດີ ​ປູ​ຕີນ ຊີ້​ແຈ້ງວ່າ, ການ​ຜະລິດ​ອຸດສາຫະກຳ​ໄດ້​ເພີ່ມ​ຂຶ້ນ​ປະມານ 0,3%, ​ໃນ​ຂະນະ​ນັ້ນ, ຂົງ​ເຂດ​ກະສິກຳ​ເພີ່ມ​ຂຶ້ນ 3%. ອັດຕາ​ຜູ້​ຫວ່າງ​ງານກໍ່​ບໍ່​ສູງ, ດ້ວຍ​ລະດັບ​ຄາດ​ຄະ​ເນ​ໃນ​ປີ​ນີ້​ແມ່ນ 5,6% ​ແລະ ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ລະດັບ​ສາມາດ​ຮັບຮອງ​ໄດ້. ປະທານາທິບໍດີ ​ປູ​ຕີນ ຮຽກຮ້ອງ​ລັດຖະບານ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ ​ເພື່ອ​ຄວບ​ຄຸມ​ສະພາບ​ຂາດ​ດຸ່ນງົບປະມານ​ສະຫະລັດ​ໃນ​ປີ 2016 ​ໃຫ້​ຢູ່​ໃນ​ລະດັບ 3,7%. ຂອງ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP).

ຂ່າວ/ບົດ​ອື່ນ