ພັນລະຍາຮອງປະທານາທິບໍດີອາເມລິກາຢ້ຽມຢາມວັນມ໋ຽວກ໋ວກຕືຢ໋າມ

 ພັນລະຍາຮອງປະທານາທິບໍດີອາເມລິກາຢ້ຽມຢາມວັນມ໋ຽວກ໋ວກຕືຢ໋າມ - ảnh 1
ການຢ້ຽມຢາມວັນ​ມ໋ຽວກ໋ວກ​ຕືຢ໋າມ

(vovworld) - ​​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວຢ້ຽມຢາມ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 20/7, ​ພັນ​ລະ​ຍາ​ຮອງ​ປະທາ​ນາ​ທິບໍດີ ​ອາ​ເມ​ລິ​ກາ ທ່ານ​ນາງ Jill Biden ພ້ອມ​ກັບ ​ພັນ​ລະ​ຍາ​ປະທານ​ປະ​ເທດ ຫວຽດນາມ ທ່ານ​ນາງ ມາຍ​ທິ​ແຮ້ງ ​ໄປ​ຢ້ຽມຢາມວັນ​ມ໋ຽວກ໋ວກ​ຕືຢ໋າມ (ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດຂອງຫວຽດນາມ). ​ ພັນ​ລະ​ຍາ​ປະທານ​ປະ​ເທດ ຫວຽດນາມ ທ່ານ​ນາງ ມາຍ​ທິ​ແຮ້ງ​ ໄດ້​ແນະນຳ​ໃຫ້​ທ່ານ​ນາງ Jill Biden ກ່ຽວ​ກັບ​ປະຫວັດການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງວັນ​ມ໋ຽວກ໋ວກ​ຕືຢ໋າມ​ ຊຶ່ງເປັນ​ມະຫາວິທະຍາ​ໄລ​ທຳ​ອິດ​ຂອງ ຫວຽດນາມ. ພັນ​ລະ​ຍາ​ປະທານ​ປະ​ເທດ ຫວຽດນາມ ​ກໍ​ແຈ້ງ​ໃຫ້​ທ່ານ​ນາງ Jill Biden ກ່ຽວກັບ​ບັນດາ​ຄວາມ​ມານະ​ພະຍາຍາມຂອງ ປະ​ເທດ ຫວຽດນາມ ​ໃນ​ການ​ຮັບຜິດຊອບ​ບັນດາສິດຂອງ​ແມ່ຍິງ ກໍ​ຄື​ຜົນງານ​ຕ່າງໆ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

                ທ່ານ​ນາງ Jill Biden ຍັງ​ໄດ້ໄປ​ຢ້ຽ​ມຢາມ​ໂຮງ​ລ້ຽງ​ເດັກກຳພ້າ​ຢູ່​ສູນ​ປິ່ນ​ປົ່ວພະຍາດ - ສຶກສາອົບຮົມ - ແຮງ​ງານ​ສັງຄົມ ​ເລກ 2 ກ່ອນ​ທີ່​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ