ພົນ​ເອກ, ​ຜູ້​ບັນ​ຊາ​ການ​ໃຫຍ່ ຫວໍ​ງວຽນ​ຢາບ - ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດດ້ານ​ການ​ທະ​ຫານ ຜູ້​ນຳ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) -  “ພົນເອກ, ຜູ້ບັນຊາການໃຫຍ່ ຫວໍງວຽນຢາບ - ທີ່ມີຄວາມເກັ່ງກ້າສາມາດດ້ານການທະຫານ ຜູ້ນຳທີ່ມີອິດທິພົນຊື່ສຽງຂອງການປະຕິວັດ ຫວຽດນາມ”. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ສົມທົບກັບ ຄະນະໂຄສະນາສຶກສາສູນກາງ, ຫ້ອງວ່າການລັດຖະບານ ແລະ ຄະນະພັກແຂວງ ກວ໋າງບິ່ງ ຈັດຕັ້ງ ໃນຕອນເຊົ້າວັນທີ 25 ສິງຫາ ດ້ວຍແບບທາງໄປ.
ພົນ​ເອກ, ​ຜູ້​ບັນ​ຊາ​ການ​ໃຫຍ່ ຫວໍ​ງວຽນ​ຢາບ - ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດດ້ານ​ການ​ທະ​ຫານ ຜູ້​ນຳ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ - ảnh 1ກອງປະຊຸມສຳມະນາວິທະຍາສາດລະດັບຊາດ "ພົນເອກ, ຜູ້ບັນຊາການໃຫຍ່ ຫວໍງວຽນຢາບ - ທີ່ມີຄວາມເກັ່ງກ້າສາມາດດ້ານການທະຫານ ຜູ້ນຳທີ່ມີອິດທິພົນຊື່ສຽງຂອງການປະຕິວັດ ຫວຽດນາມ” (ພາບ: nhandan.vn)

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາດັ່ງກ່າວ ລ້ວນແຕ່ສຸມໃສ່ເຮັດແຈ້ງວິວັດການເຄື່ອນໄຫວປະຕິວັດ, ບັນດາການປະກອບສ່ວນທີ່ພິເສດ ແລະ ດີເລີດຂອງທ່ານພົນເອກສຳລັບການປະຕິວັດ ຫວຽດນາມ, ພິເສດແມ່ນສຳລັບໄຊຊະນະອັນຍິ່ງໃຫຍ່ຂອງການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ເຂົ້າມາຮຸກຮານ, ບົດບາດຂອງທ່ານພົນເອກ ຫວໍງວຽນຢາບໃນວິວັດການພັດທະນາແນວທາງການເມືອງ, ແນວທາງການທະຫານຂອງພັກ; ໄຈ້ແຍກປະກອບສ່ວນເຮັດໃຫ້ທັດສະນະຂອງພົນເອກກ່ຽວກັບສົງຄາມປະຊາຊົນ, ການສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ສ້າງກຳລັງປະກອບອາວຸດປະຕິວັດ, ສິລະປະຍຸດ ຫວຽດນາມ ເລິກເຊິ່ງກວ່າອີກ; ຢັ້ງຢືນນໍ້າໃຈ, ບົດຮຽນປະສົບການຈາກຊີວິດເຄື່ອນໄຫວປະຕິວັດຂອງພົນເອກ ເພື່ອໝູນໃຊ້ເຂົ້າໃນວິວັດການສ້າງກອງທັບ, ປັບປຸງການປ້ອງກັນຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ