ພົນໂທ Nguyen Chi Vinh ຕ້ອນຮັບຄະນະຜູ້ແທນ ສະຖາບັນຄົ້ນຄ້ວາ ປ້ອງກັນປະເທດ ອັງກິດ

ພົນໂທ Nguyen Chi Vinh ຕ້ອນຮັບຄະນະຜູ້ແທນ ສະຖາບັນຄົ້ນຄ້ວາ ປ້ອງກັນປະເທດ ອັງກິດ - ảnh 1
ທ່ານພົນໂທ Nguyen Chi Vinh

(vovworld) - ຕອນ​ເຊົ້າ​ວັນ​ທີ 22/5, ຢູ່​ຮ່າ​ໂນ້ຍ, ທ່ານພົນ​​ໂທ Nguyen Chi Vinh, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກ ​ອັງ​ກິດ ​ໂດຍ​ທ່ານ ພົນ​ຈັດ​ຕາ​ວາ Andrew Charles Peter Kennett, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ເປັນ​ຫົວໜ້າ​ຄະນະ​ທີ່ ​ເຂົ້າ​ຢ້ຽມ​ຄຳນັບ. ທີ່​ການ​ຕ້ອນຮັບ, ທ່ານພົນ​​ໂທ Nguyen Chi Vinh ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກ ອັງກິດ ​ໄດ້​ປະກອບ​ສ່ວນ​ຍົກ​ສູງ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ຫວຽດນາມ ​ແລະ ລາຊະ​ອານາ​ຈັດ ​ອັງກິດ. ທ່ານພົນ​​ໂທ Nguyen Chi Vinh ຢືນຢັນ​​ແນວ​ທາງ​ການຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຫວຽດນາມ, ຫັນ​ເປັນຫຼາຍ​ຮູບ​ຫຼາບ​ແບບ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ສັນຕິພາບ, ປ້ອງ​ກັນ​ຕົນ​ເອງ​ຂອງ​ຫວຽດນາມ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ພັດທະນາ​ຢ່າງ​ດີງາມ​ໃນ​ບັນດາ​ຂ​ົງ​ເຂດ: ​ເສດຖະກິດ, ການ​ຄ້າ, ການປ້ອງ​ກັນຊາດ, ປ​້ອງກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ສຶກສາ.

ຂ່າວ/ບົດ​ອື່ນ