ເສດ​ຖະ​ກິດ Eurozone ຢັ້ງ​ຢືນ​ສັນ​ຍານທີ່​ຕັ້ງ​ຫ​ນ້າ

(VOVWORLD) - ເຖິງວ່າລະດັບການເຕີບໂຕເສດຖະກິດແມ່ນຊັກຊ້າກວ່າ ແຕ່ວຽກເຮັດງານທຳຍັງຄົງເພີ່ມຂຶ້ນ 2,6 ລ້ານຄົນນັບແຕ່ທ້າຍປີ 2022. ສິ່ງນີ້ເຮັດໃຫ້ອັດຕາຜູ້ວ່າງງານຢູ່ ພາກພື້ນໃຊ້ສະກຸນເງິນລວມເອີໂຣ ຍັງຄົງຢູ່ໃນລະດັບຕ່ຳສຸດໃນປະຫວັດສາດ.
ເສດ​ຖະ​ກິດ Eurozone ຢັ້ງ​ຢືນ​ສັນ​ຍານທີ່​ຕັ້ງ​ຫ​ນ້າ - ảnh 1ພາບປະກອບ: AFP/TTXVN

 ວັນທີ  2 ກໍລະກົດ, ອົງການສະຖິຕິ ເອີລົບ (Eurostat) ໄດ້ປະກາດຂໍ້ມູນໃນເບື້ອງຕົ້ນໂດຍໃຫ້ເຫັນວ່າ ໄພເງິນເຟີ້ໃນພາກພື້ນໃຊ້ສະກຸນເງິນລວມ ເອີໂຣ (Eurozone) ໃນເດືອນມິຖຸນາ ໄດ້ຫລຸດຜ່ອນເລັກນ້ອຍ ພ້ອມກັນນັ້ນ ອັດຕາຜູ້ວ່າງງານ ຢູ່ ພາກພື້ນນີ້ຍັງຄົງຢູ່ໃນລະດັບຕ່ຳ. ລະອຽດຄື: ອັດຕາໄພເງິນເຟີ້ຢູ່ Eurozone ໃນເດືອນ ມິຖຸນາ ເພີ່ມຂຶ້ນພຽງ 2,5%,  ຕ່ຳກວ່າລະດັບ 2,6%  ຂອງເດືອນ ພຶດສະພາ. ຕົວເລກນີ້ສະແດງໃຫ້ເຫັນວ່າ ໄພເງິນເຟີ້ ພວມຍັບເຂົ້າໃກ້ກັບເປົ້າໝາຍ 2% ຊື່ງແມ່ນລະດັບໂດຍທະນາຄານສູນກາງ ເອີລົບ (ECB) ຖືວ່າ ແມ່ນລະດັບດີເພື່ອຮັບປະກັນການເຕີບໂຕເສດຖະກິດ ທັງຮັກສາລາຄາໃຫ້ເປັນປົກກະຕິ. ຕາມ Eurostat, ແລ້ວ, ອັດຕາຜູ້ວ່າງງານຢູ່ພາກພື້ນໃຊ້ສະກຸນເງິນລວມ ເອີໂຣ ໃນເດືອນ ມິຖຸນາ ຍັງຄົງຢູ່ໃນລະດັບຕ່ຳສະຖິຕິ 6,4% ຄືເດືອນກ່ອນ. ຕາມ ທ່ານນາງ Christine Lagarde ປະທານ ECB ແລ້ວ, ຕະຫລາດແຮງງານ ເອີລົບ ພວມພັດທະນາດີທີ່ສຸດ. ເຖິງວ່າລະດັບການເຕີບໂຕເສດຖະກິດແມ່ນຊັກຊ້າກວ່າ ແຕ່ວຽກເຮັດງານທຳຍັງຄົງເພີ່ມຂຶ້ນ 2,6 ລ້ານຄົນນັບແຕ່ທ້າຍປີ 2022. ສິ່ງນີ້ເຮັດໃຫ້ອັດຕາຜູ້ວ່າງງານຢູ່ ພາກພື້ນໃຊ້ສະກຸນເງິນລວມເອີໂຣ ຍັງຄົງຢູ່ໃນລະດັບຕ່ຳສຸດໃນປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ