ພົບປະກັບນັກປັນຍາຊົນ,ຜູ້ມີຍົດຖາບັນດາສັກ,ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າເນື່ອງໃນໂອກາດບຸນເຕັດ

(VOVWORLD) -ວັນທີ 08 ກຸມພາ, ຢູ່ນະຄອນຟານຣາງ - ທ໋າບຈ່າມ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງນິງທ້ວນ ໄດ້ຈັດງານພົບປະກັບຜູ້ແທນ 100 ຄົນ ເຊິ່ງແມ່ນບັນດານັກປັນຍາຊົນ, ຜູ້ມີຍົດຖາບັນດາສັກ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຈໍ 2018.

ພົບປະກັບນັກປັນຍາຊົນ,ຜູ້ມີຍົດຖາບັນດາສັກ,ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າເນື່ອງໃນໂອກາດບຸນເຕັດ - ảnh 1 ພົບປະກັບນັກປັນຍາຊົນ,ຜູ້ມີຍົດຖາບັນດາສັກ

ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າເນື່ອງໃນໂອກາດບຸນເຕັດ

(ພາບ: TTXVN)

ທີ່ງານພົບປະ, ການນຳແຂວງປາດຖະໜາວ່າ, ບັນດາຜູ້ມີຍົດຖາບັນດາສັກ, ຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າສືບຕໍ່ເສີມຂະຫຍາຍ, ປະຕິບັດທິດນຳໃນການດຳລົງຊີວິດເປັນຢ່າງດີ “ຢູ່ໃນສິນ, ກິນໃນທຳ”. ພ້ອມທັງແບ່ງປັນປະກອບຄຳເຫັນທີ່ລ້ຳຄ່າເພື່ອແຂວງສືບຕໍ່ຊີ້ນຳນຳພາ, ບໍລິຫານແນໃສ່ນຳເສດຖະກິດ, ສັງຄົມຂອງແຂວງໃຫ້ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ.

        ແລະກໍ່ໃນວັນທີ 08 ກຸມພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ ແຂວງ ບາກລຽວ ກໍ່ໄດ້ຈັດຕັ້ງງານພົບປະກັບອະດີດພະນັກງານຜ່ານໄລຍະຕ່າງໆເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຈໍ 2018.

ຕອບກັບ

ຂ່າວ/ບົດ​ອື່ນ