ພົບປະກັບປະຊາຄົມສາກົນເນື່ອງໃນໂອກາດຕ້ອນຮັບບຸນເຕັດປີວອກ2016

ພົບປະກັບປະຊາຄົມສາກົນເນື່ອງໃນໂອກາດຕ້ອນຮັບບຸນເຕັດປີວອກ2016 - ảnh 1
ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ
​ມິດ​ຕະ​ພາບ​ຫວຽດ​ນາມ ຫວູ​ຊວນ​ຮ​ົ່ງ
(ພາບ​ປະ​ກອບ)

(vovworld) –​ ຕອນ​ຄ່ຳ​ວັນ​ທີ 29/01, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຕິ​ບັດ​ງ​ານ​ກ່ຽວ​ກັບ​ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໄດ​້​ຈັດ​ງານ​ພົບ​ປະ​ສັງ​ສັນ​ກັບ​ບັນ​ດາ​ອົງ​ການ​ທູ​ຕາ​ນຸ​ທູດ, ອົງ​ການ​ຈ​ັດ​ຕັ້ງ​ສາ​ກົນ, ອົງ​ກາ​ນບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ 2016. ກ່່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ຫວູ​ຊວນ​ຮ​ົ່ງ ໄດ້​ຂອບ​ໃຈ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ປະ​ຊາ​ຄົມ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ​່າງ​ປະ​ເທດ​ປະ​ຈຳ​ຫວຽດ​ນາມ ກ່ຽວ​ກັບ​ອາ​ລົມ​ຈິດ​ມິດ​ຕະ​ພາບ, ຈິດ​ໃຈ​ຮ່ວມ​ມື ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ສ້າງ​ສາໃນ​ປີ 2015. ຄະ​ນ​ະ​ທ​ູຕາ​ນຸ​ທູດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການບໍ່​ຂ​ຶ້ນ​ກັບ​ລັດ​ຖະ​ບ​ານ ລ້ວນ​ແຕ່​ກ່າວ​ຄຳ​ເຫັນ​ອວຍ​ພອນ​ບັນ​ດາ​ຜົນ​ງານ​ເຊິ່ງ​ປະ​ຊາ​ຊົນ​ຫວຽດ​ນາມ ຍາດ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິ​ດ​ຫວຽດ​ນາມ, ຫວຽດ​ນາມ ຈະ​ບັນ​ລຸ​ໄດ້​ຄາດ​ໝາຍ​ທີ່​ໃຫຍ່​ຫຼ​ວງ, ນັ້ນ​ແມ່ນ ຮັບ​ປະ​ກັ​ນ​ຊີ​ວິດ​ສັ​ງ​ຄົມ ແລະ ນຳ​ຄວາມ​ຜາ​ສຸກ​ມາ​ໃຫ້​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ