ພົບປະສັງສັນລະຫວ່າງສະມາຊິກສາພະແຫ່ງຊາດຍິງ ຊຸດທີ 13

ພົບປະສັງສັນລະຫວ່າງສະມາຊິກສາພະແຫ່ງຊາດຍິງ ຊຸດທີ 13 - ảnh 1
ບັນດາສະມາຊິກສະພາແຫ່ງຊາດຍິງຊຸດທີ 13
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າ​ຍວັນ​ທີ 22/5, ສູນ​ກາງສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ກຸ່ມ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ຊຸດ​ທີ 13 ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງສັນ​ລະຫວ່າງບັນ​ດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ​ເນື່ອງ​ໃນ​ໂອກາດ​ບັນດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຢູ່ທີ່​ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ທ່ານ​ນາ​ງຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Tong Thi Phong ຢືນຢັນ​ວ່າ: ບັນດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງສຳ​ເລັດ​ຮ່າງ​ກົດໝາຍວ່າ​ດ້ວຍ​​ແຮງ​ງານ (ສະບັບ​ປັບປຸງ) ​ແລະ ກົດໝາຍ​ວ່າ​ດ້ວຍ​ກຳມະບານ (ສະບັບ​ປັບປຸງ), ພິ​ເສດ​ແມ່ນ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຄົນ​ງານ​ຍິງ. ພ້ອມ​ກັນ​ນັ້ນ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຍິງ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ມີ​ການ​ປະກອບ​ສ່ວນ​ສຳຄັນ ​ເພື່ອ​ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມ​ບູນແບບ, ພິ​ເສດ​ແມ່ນ​ກົດໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ.

ຂ່າວ/ບົດ​ອື່ນ