ພົບປະສັງສັນອະດີດພະນັກງານ,ນັກຮົບຄະນະຂົນຂວາຍປັນຍາຊົນ,ແນວໂຮມຄະນະພັກເຂດໄຊ່ງ່ອນ-ຢາດິ້ງ

ພົບປະສັງສັນອະດີດພະນັກງານ,ນັກຮົບຄະນະຂົນຂວາຍປັນຍາຊົນ,ແນວໂຮມຄະນະພັກເຂດໄຊ່ງ່ອນ-ຢາດິ້ງ - ảnh 1
(ການ​ພົບ​ປະ​ສັງ​ສັນ​ອະດີດ​ພະນັກງານ, ນັກຮົບ​ຄະນະ
ຂົນຂວາຍ​ປັນຍາ​ຊົນ-​ແນວ​ໂຮມຄະນະ​ພັກ​ເຂດ​ໄຊ​ກ່ອນ-​ຢາ​ດິ້ງ)


(vovworld) –  ຕອນ​ເຊົ້າ​ວັນ​ທີ 21/4, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ອະດີດ​ພະນັກງານ, ນັກຮົບ​ຄະນະຂົນຂວາຍ​ປັນຍາ​ຊົນ-​ແນວ​ໂຮມຄະນະ​ພັກ​ເຂດ​ໄຊ​ງ່ອນ-​ຢາ​ດິ້ງຈຳນວນ​ກ່ວາ 200 ຄົນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອນ​ພາກ​ໃຕ້, ທ້ອນ​ໂຮ​ມປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975-30/4-2015). ກຳລັງຂົນຂວາຍ​ປັນຍາ​ຊົນໄຊ່​ກ່ອນ-​ຢາ​ດິ້ງ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1947, ຮອດປີ 1956 ​ໄດ້​ປ່ຽນ​ຊື່​ເປັນ​ຄະນະຂົນຂວາຍ​ປັນຍາ​ຊົນ ໃນການ​ຕໍ່ຕ້ານ 2 ຄັ້ງ​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ ​ຝຣັ່ງ ​ແລະ ຈັກກະພັດ ອາ​ເມ​ລິ​ກາ ກູ​ຊາດ, ຄະນະຂົນຂວາຍ​ປັນຍາ​ຊົນ​-ແນວ​ໂຮມຄະນະ​ພັກ​ເຂດ ໄຊ​ງ່ອນ-​ຢາ​ດິ້ງໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​​ເຂົ້າໃນ​ໄຊຊະນະ​ລວມຂອງ​ປະຕິວັດ. ຄະນະຂົນຂວາຍ​ປັນຍາ​ຊົນ-​ແນວ​ໂຮມຄະນະ​ພັກ​​ເຂດ ງ່ອນ-​ຢາ​ດິ້ງ​ແມ່ນຕົ້ນ​ກຳ​ເນີ​ດຂອງ​ສະຫະພັນ​ບັນດາ​ສະມາຄົມວິທະຍາສາດ-​ເຕັກນິກ​ນະຄອນ​ໂຮ່ຈິ​ມິນ ປະຈຸ​ບັນ. ດ້ວຍ​ການອຸທິດ​ສ່ວນ​ຫຼາຍ​ຢ່າງ​ທີ່​ໃຫຍ່​ຫຼວງ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍຊາດ, ​​ເດືອນ 12/2012, ຄະນະ ຄະນະຂົນຂວາຍ​ປັນຍາ​ຊົນ-ແນວ​ໂຮມຄະນະ​ພັກ​ເຂດໄຊ​ກ່ອນ-​ຢາ​ດິ້ງ ​ໄດ້​ຮັບ​ການ​ມອບ​ນາມມະຍົດ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນຈາກ​ທ່ານປະ​ທານ​ປະ​ເທດ. ພາຍຫຼັງ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ບັນດາ​ພະນັກງານຄະນະຂົນຂວາຍ​ປັນຍາ​ຊົນ-ແນວ​ໂຮມຄະນະ​ພັກ​ເຂດໄຊ​ກ່ອນ-​ຢາ​ດິ້ງ ໄດ້​ຮຳ່ຮຽນ,​ ອອກ​ແຮງ​ງານຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ກາຍ​ເປັນ​ບັນດາ​ຜູ້​ມີ​ລະດັບ​ຄວາມ​ຮູ້​ວິຊາ​ສະ​ເພາະ​ສູງ ​ແລະ ​ເປັນ​ແບບຢ່າງ​ໃນ​ການ​ດຳລົງ​ຊີວິດ.

ຂ່າວ/ບົດ​ອື່ນ