ພະກະສັດ ມາເລເຊຍ Muhammad V ສະຫຼະລາຊະບັນລັງ

(VOVWORLD) - ວັນທີ 06 ມັງກອນ, ບັນດາເຈົ້າໜ້າທີ່ໃນພະລາດຊະວັງ ມາເລເຊຍ ໃຫ້ຮູ້ວ່າ: ພະກະສັດ Muhammad V ໄດ້ສະຫຼະລາຊະບັນລັງ,

ຈະຢຸດຕິຂ່າວລືກ່ຽວກັບອະນາຄົດຂອງເຈົ້າຊີວິດໜຸ່ມອົງນີ້ທີ່ມີມາເປັນເວລາຫລາຍອາທິດ ພາຍຫລັງທີ່ເຈົ້າຊີວິດຫາກໍ່ທຳພິທີອະພິເສກສົມລົດ. ພະກະສັດ Muhammad V ມີຊື່ ແລະ ນາມສະກຸນວ່າ Tengku Muhammad Faris Petra ibni Tengku Ismail Petra, ຂຶ້ນຄອງລາດ ແລະ ກາຍເປັນພະກະສັດອົງທີ 15 ຢູ່ພະລາດຊະວັງ Istana Negara, ກົວລາລຳເປີ, ມາເລເຊຍ ໃນວັນທີ 24 ເມສາ 2017. ເດືອນ ພະຈິກ ຜ່ານມາ, ຂ່າວລືຫລາຍຂ່າວຖືວ່າ: ພະກະສັດ Muhammad V ໄດ້ທຳພິທີອະພິເສກສົມລົດກັບອະດີດນາງງາມ ລັດເຊຍ. ພິທີອະພິເສກສົມລົດໄດ້ຈັດຕັ້ງຢູ່ ລັດເຊຍ, ພາຍຫລັງອະດີດນາງງາມ Oksana Voevodina ຫັນມາເຊື່ອຖືສາສະໜາອິດສະຫຼາມຢ່າງເປັນທາງການ. ພະກະສັດ Muhammad V, ອາຍຸ 49 ປີ, ເຊິ່ງເຄີຍເປັນຜູ້ມີອາຍຸໜຸ່ມທີ່ສຸດໄດ້ຮັບການເລືອກຕັ້ງເປັນພະກະສັດ ມາເລເຊຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ