ພະ​ຍາດ​ອັກ​ເສບ​ປອດ ​ຍ້ອນ​ເຊ​ື້ອ ໄວ​ຣັດ corona ກໍ່​ຂຶນ​ພວມ​ມີ​ການ​ຜັນ​ແປ​ທີ່​ສັ​ບ​ສົນ ແລະ ອັນ​ຕະ​ລາຍ ຢູ່ ຈີນ

(VOVWORLD) -ຕອນເຊົ້າວັນທີ 20 ມັງກອນ, ພະຍາດອັກເສບປອດ ໂດຍຍ້ອນເຊື້ອ ໄວຣັດ corona ກໍ່ຂຶ້ນຢູ່ ຈີນພວມມີການຜັນແປທີ່ສັບສົນ ແລະ ອັນຕະລາຍ, ອົງການສາທາລະນະສຸກນະຄອນ ປັກກິ່ງ ແລະ ເຊີ໊ນເຈິນ ແຈ້ງວ່າໄດ້ ພົບເຫັນບັນດາກໍລະນີຕິດພະຍາດ ອັກເສບປອດຍ້ອນເຊື້ອໄວຣັດ corona ກໍ່ຂຶ້ນ. 
ພະ​ຍາດ​ອັກ​ເສບ​ປອດ ​ຍ້ອນ​ເຊ​ື້ອ ໄວ​ຣັດ corona ກໍ່​ຂຶນ​ພວມ​ມີ​ການ​ຜັນ​ແປ​ທີ່​ສັ​ບ​ສົນ ແລະ ອັນ​ຕະ​ລາຍ ຢູ່ ຈີນ - ảnh 1ພະຍາດອັກເສບປອດ ຍ້ອນເຊື້ອ ໄວຣັດ corona ກໍ່ຂຶນພວມມີການຜັນແປທີ່ສັບສົນ ແລະ ອັນຕະລາຍ ຢູ່ ຈີນ (ພາບ: CNN ) 

ໃນຂະນະນັ້ນ, ພຽງແຕ່ພາຍໃນ 2 ວັນ ຄືວັນທີ 18 ແລະ 19 ມັງກອນ, ມີ ຜູ້ເສຍຊີວິດ 1 ຄົນ ແລະ ຜູ້ຕິດພະຍາດ 136 ຄົນ ຢູ່ ອູຄານ, ປະເທດຈີນ ເຊິ່ງໄດ້ເຮັດໃຫ້ຈຳນວນຜູ້ຕິດພະຍາດນັບແຕ່ເມື່ອໂລກລະບາດແຜ່ລາມຂຶ້ນເປັນ 198 ຄົນ, ໃນນັ້ນ ມີ ຜູ້ເສຍຊີວິດ 3 ຄົນ. ເຖິງວ່າ ອຳນາດການປົກຄອງ ຂອງ ຈີນ ໄດ້ປະກາດວ່າ, ໂລກລະບາດ ຍັງຢູ່ໃນລະດັບຄວບຄຸມ, ແຕ່ເຖິງຢ່າງໃດກໍ່ຕາມ ປັດຈຸບັນ ຍັງບໍ່ທັນມີ ຢາວັກຊິນ ຫຼື ຢາປິ່ນປົວ ພະຍາດນີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ