ພາບພົດຂອງປະທານ ໂຮ່ຈີມິນ ໄດ້ຝັງເລິກໃນໃຈເພື່ອນມິດສາກົນ

(VOVWORLD) - ວິດ ແລະ ພາລະກິດເຄື່ອນໄຫວຂອງປະທານ ໂຮ່ຈີມິນ ໃນຄາວຍັງມີຊີວິດຢູ່ ໄດ້ກາຍເປັນແບບຢ່າງ ບໍ່ພຽງແຕ່ໃຫ້ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງນຳມາເຊິ່ງຄຸນຄ່າໃຫ້ມວນມະນຸດອີກດ້ວຍ
ພາບພົດຂອງປະທານ ໂຮ່ຈີມິນ ໄດ້ຝັງເລິກໃນໃຈເພື່ອນມິດສາກົນ - ảnh 1ປະທານ ໂຮ່ຈີມິນ ຢ້ຽມຢາມນະຄອນ Novosibirsk, ສະຫະພາບໂຊວຽດ ເມື່ອວັນທີ 10/7/1955
(ພາບ: hiec.org.vn)

        ວັນທີ 19 ພຶດສະພາ, ແມ່ນຄົບຮອບ 133 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2023). ໃນຕະຫຼອດຊີວິດຂອງຕົນ, ຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມີນ ບໍ່ພຽງແຕ່ສົ່ງແຫຼ່ງອາລົມຈິດໃຫ້ແກ່ຊາວ ຫວຽດນາມ ລຸ້ນຕ່າງໆເທົ່ານັ້ນ, ຫາກຍັງສ້າງຂີດໝາຍຢ່າງເລິກເຊິ່ງໃນໃຈຂອງເພື່ອນມິດສາກົນອີກດ້ວຍ.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດນີ້, ທ່ານສາດສະດາຈານ Im Jin ho, ພະແນກສາກົນ ຂຶ້ນກັບມະຫາວິທະຍາໄລ Chodang, ສ.ເກົາຫຼີ ໃຫ້ຂໍ້ສັງເກດວ່າ, ປະທານ ໂຮ່ຈີມິນ ແມ່ນນັກປະຕິວັດ, ນັກການເມືອງ, ນັກເຄື່ອນໄຫວດີເດັ່ນຂອງໂລກ. ເມື່ອຄົ້ນຄວ້າກ່ຽວກັບຊີວິດ ແລະ ພາລະກິດຊອກຫາເສັ້ນທາງປົດປ່ອນຊາດ ຫວຽດນາມ, ທ່ານສາດສະດາຈານ Im Jin ho, ຈຶ່ງເຂົ້າໃຈໄດ້ວ່າ ເປັນຫຍັງຊາວ ຫວຽດນາມ ຈົ່ງເຄົາລົບເອີ້ນປະທານ ໂຮ່ຈີມິນ ດ້ວຍນາມທີ່ວ່າ “ລຸ່ງ ໂຮ່”. ຊີວິດ ແລະ ພາລະກິດເຄື່ອນໄຫວຂອງປະທານ ໂຮ່ຈີມິນ ໃນຄາວຍັງມີຊີວິດຢູ່ ໄດ້ກາຍເປັນແບບຢ່າງ ບໍ່ພຽງແຕ່ໃຫ້ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງນຳມາເຊິ່ງຄຸນຄ່າໃຫ້ມວນມະນຸດອີກດ້ວຍ, ສະແດງໃຫ້ເຫັນຜ່ານນ້ຳໃຈມະນຸດສະທຳໃນແນວຄິດ, ແບບແຜນດຳລົງຊີວິດ.

ພາບພົດຂອງປະທານ ໂຮ່ຈີມິນ ໄດ້ຝັງເລິກໃນໃຈເພື່ອນມິດສາກົນ - ảnh 2(ທີ່ງານວາງສະແດງ)

ໃນຂະນະນັ້ນ, ທີ່ພິທີໄຂງານວາງສະແດງ “St.Petersburg ແລະ ຫວຽດນາມ: ນ້ຳໃຈມິດຕະພາບຜ່ານຜ່າການເວລາ”, ຈັດຂຶ້ນຢູ່ນະຄອນ St.Petersburg ໃນວັນທີ 18 ພຶດສະພາ, ບັນດາເຈົ້າໜ້າທີ່, ການນຳນະຄອນລ້ວນແຕ່ຢືນຢັນວ່າ ປະທານ ໂຮ່ຈີມິນ ແມ່ນແບບຢ່າງດີເດັ່ນກ່ຽວກັບນ້ຳໃຈຮັກຊາດ, ຢືດໝັ້ນຕໍ່ເປົ້າໝາຍນຳເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ ແລະ ຊອກຫາເສັ້ນທາງຕໍ່ສູ້ກູ້ຊາດເພື່ອປົດປ່ອຍຊາດ. ພ້ອມກັນນັ້ນ, ເພິ່ນ ແມ່ນຜູ້ກໍ່ຕັ້ງພື້ນຖານສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະຫະພັນ ລັດເຊຍ ແລະ ຫວຽດນາມ.

ພາບພົດຂອງປະທານ ໂຮ່ຈີມິນ ໄດ້ຝັງເລິກໃນໃຈເພື່ອນມິດສາກົນ - ảnh 3(ພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈີມິນ)

          ສ່ວນຢູ່ນະຄອນຫຼວງ Caracas, ປະເທດ ເວເນຊູເອລາ, ວັນທີ 18 ພຶດສະພາ, ກ່າວຄຳເຫັນທີ່ພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເວເນຊູເອລາ Tatianan Pugh ຢືນຢັນວ່າ, ທ່ານນາງເອງໝັ້ນໝາຍຈະຮ່່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງປະທານ ໂຮ່ຈີມິນ, ຈະເຮັດຈົນສຸດຄວາມສາມາດຂອງຕົນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ