ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ

(VOVWORLD) - ເພື່ອຟື້ນຟູການທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຍົກອອກຫຼາຍມາດຕະການໃນນັ້ນ ໄດ້ສົ່ງເສີມໃຫ້ບັນດາທ້ອງຖິ່ນພັດທະນາຜະລິດຕະພັນ, ການທ່ອງທ່ຽວແບບໃໝ່, ມີການຮ່ວມສຳພັນຫຼາຍຮູບແບບ ແລະ ຍົກສູງຄຸນນະພາບ
ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ - ảnh 1ກອງປະຊຸມທົ່ວປະເທດກ່ຽວກັບການທ່ອງທ່ຽວປີ 2020 ທີ່ມີຫົວຂໍ້ວ່າ “ຮ່ວມສຳພັນ, ມີການກະທຳ ແລະ ພັດທະນາ” (ພາບ: BNEWS/TTXVN)

“ຮ່ວມສຳພັນ, ມີການກະທຳ ແລະ ພັດທະນາ”, ແມ່ນຫົວຂໍ້ຂອງກອງປະຊຸມທົ່ວປະເທດກ່ຽວກັບການທ່ອງທ່ຽວປີ 2020 ເຊິ່ງໄດ້ດຳເນີນໃນວັນທີ 28 ພະຈິກ ຢູ່ນະຄອນ ໂຮ້ຍອານ, ແຂວງ ກ໋ວາງນາມ. ປີ 2020 ຍ້ອນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແຂກທ່ອງທ່ຽວສາກົນທີ່ມາຫວຽດນາມບັນລຸໄດ້ພຽງແຕ່ 3,7 ລ້ານຄົນ, ກໍ່ຜົນສະທ້ອນຮອບດ້ານ, ເລິກເຊິ່ງເຖິງຂະແໜງທ່ອງທ່ຽວ ຮຽກຮ້ອງໃຫ້ທົ່ວຂະແໜງ ຕ້ອງມີມາດຕະການຮັບມືຢ່າງທັນການ, ຕ້ອງສ້າງຈິນຕະນາການຄືນໃໝ່ ກ່ຽວກັບ ວິທີທຳການທ່ອງທ່ຽວໃນສະພາບທີ່ພະຍາດໂຄວິດ - 19 ຍັງຜັນແປຢ່າງສັບສົນ ຢູ່ໃນໂລກ. ທ່ານ ເຈິ່ນຈ້ອງກຽນ, ສະມາຊິກ ໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດ ຂອງນາຍົກລັດຖະມົນຕີຖືວ່າ:

         ເພີ່ມມາດຕະການກະຕຸ້ນການທ່ອງທ່ຽວ ຢູ່ຕະຫຼາດພາຍໃນ, ຮັບປະກັນຄວາມປອດໄພໃຫ້ຊາວຫວຽດນາມ ສັນຈອນໄປມາ, ຫຼຸດຜ່ອນຄ່າໃຊ້ຈ່າຍ ທີ່ບໍ່ຈຳເປັນລົງ ຈົນຮອດໝົດປີ 2021 ເພື່ອກະຕຸ້ນການທ່ອງທ່ຽວແມ່ນສຳຄັນທີ່ສຸດ. ສານທີ່ວ່າ “ຫວຽດນາມປອດໄພ, ໄປທ່ອງທ່ຽວຢູ່ພາຍໃນປະເທດ ແມ່ນຮັກຊາດ”ນັ້ນ ຕ້ອງໄດ້ຮັບການໂຄສະນາຢ່າງຕໍ່ເນື່ອງໃຫ້ປະຊາຊົນພາຍໃນປະເທດ.

        ເພື່ອຟື້ນຟູການທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຍົກອອກຫຼາຍມາດຕະການໃນນັ້ນ ໄດ້ສົ່ງເສີມໃຫ້ບັນດາທ້ອງຖິ່ນພັດທະນາຜະລິດຕະພັນ, ການທ່ອງທ່ຽວແບບໃໝ່, ມີການຮ່ວມສຳພັນຫຼາຍຮູບແບບ ແລະ ຍົກສູງຄຸນນະພາບ, ຜະລິດຕະພັນໃຫ້ເໝາະສົມກັບແຕ່ລະໄລຍະຂອງຕະຫຼາດ, ຍູ້ແຮງການລົງທຶນພາກລັດກ່ຽວກັບການພັດທະນາພື້ນຖານໂຄງລ່າງເຊັ່ນວ່າ: ສະໜາມບິນ, ທ່າກ່ຳປັ່ນທ່ອງທ່ຽວຂະໜາດໃຫຍ່, ລົງທຶນໃສ່ໂຄງການກໍ່ສ້າງດ້ານວັດທະນະທຳ, ສວນສາທາລະນະນິເວດ, ສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວ.

ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ