ຟີລິບປີນ, ມາເລເຊຍ, ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນຕ້ານ IS

(VOVWORLD) - ປະຊຸມເປັນເວລາໜຶ່ງວັນຢູ່ ມານີລາ, ວັນທີ 22 ມິຖຸນາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປີນ, ອິນໂດເນເຊຍ ແລະ ມາເລເຊຍ 
ຟີລິບປີນ, ມາເລເຊຍ, ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນຕ້ານ IS - ảnh 1 ຟີລິບປີນ, ມາເລເຊຍ, ອິນໂດເນເຊຍ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນຕ້ານ IS (ພາບ: EPA/TTXVN)

ໄດ້ອອກຖະແຫຼງໃຫ້ຄຳໝັ້ນສັນຍາຮ່ວມມືໃນການວາງອອກ ແລະ ປະຕິບັດບັນດາມາດຕະການ, ກໍ່ຄືຍຸດທະສາດຕ້ານກໍ່ການຮ້າຍ ເພື່ອແນໃສ່ເຮັດໃຫ້ພວກກະບົດສັງກັດອົງການ “ລັດອິດສະລາມ” (IS) “ບໍ່ມີບ່ອນເພິ່ງພາອາໃສຢູ່” ທີ່ອາຊີຕາເວັນອອກສຽງໃຕ້ອີກ.

        ໃນຖະແຫຼງການຮ່ວມ, ທ່ານ Alan Peter Cayetano ລັດຖະມົນຕີການຕ່າງປະເທດ ຟີລິບປີນ, ທ່ານ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ Anifah Aman ລັດຖະມົນຕີການຕ່າງປະເທດ ມາເລເຊຍ ສະແດງຄວາມວິຕົກກັງວົນຕໍ່ບັນດາເຫດບຸກໂຈມຕີທີ່ກ່ຽວຂ້ອງເຖິງການກໍ່ການຮ້າຍ ເຊິ່ງເກີດຂຶ້ນໃນໄລຍະມໍ່ໆມານີ້ຢູ່ແຕ່ລະປະເທດ, ພ້ອມທັງ ຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ຂອງບັນດາລັດຖະບານ ໃນການແກ້ໄຂບັນດາສິ່ງທ້າທາຍລະຫວ່າງຊາດ, ກໍ່ຄືບັນດາໄພນາບຂູ່ທີ່ອາດຈະທຳລາຍຄວາມສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ. ບັນດາລັດຖະມົນຕີໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຄວບຄຸມພວກ IS ເຊິ່ງພວກເຄື່ອນໄຫວຢູ່ພາກພື້ນ, ພິເສດແມ່ນຢູ່ບັນດາເຂດຕິດກັບຊາຍແດນຂອງ 3 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ