ຟຸເຖາະ ໂຄສະນາ, ເຊີດຊູ ການເຫຼືອມໄສໄຫວ້ບຸຊາເຈົ້າຊີວິດຮຸ່ງ ແລະ ຂັບຊວານ

ຟຸເຖາະ ໂຄສະນາ, ເຊີດຊູ ການເຫຼືອມໄສໄຫວ້ບຸຊາເຈົ້າຊີວິດຮຸ່ງ ແລະ ຂັບຊວານ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 19/04 ງານ​ບຸນ​ວິຫານ​ຮຸ່ງ​​ເຊິ່ງ​ແມ່ນ​ງານ​ບຸນ​ລະ​ດັບ​ຊາດ​ຂອງ​ຫວຽດນາມ, ຈະ​ດຳ​ເນີນ​ຢູ່​ແຂວງ​ຟຸ​ເຖາະ. ​ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງ​ຟຸ​ເຖາະ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໂຄສະນາ​ຫຼາຍ​ຢ່າງ ​ເພື່ອ​ເຊີດ​ຊູ 2 ມໍລະດົກ​ວັດທະນະທຳ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ ນັ້ນ​ແມ່ນ, ​ການ​ເຫຼືອມ​​​ໄສ​ໄຫວ້​ບຸ​ຊາ​ເຈົ້າ​ຊີວິດ​ຮຸ່ງ ​ແລະ ຂັບຊວານ. ທ່ານ​ຮ່າ​ເກ໋ຊານ, ຮອງປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟຸ​ເຖາະ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງພິທີ​ໄຫວ້​ບຸ​ຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ​ປີ 2013, ​ໃຫ້ຮູ້​ວ່າ.

        “​ແຂວງ​ກຳນົດ​ວ່າ, ຕ້ອງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ຢ່າງ​ກວ້າງຂວາງ​ກວ່າ​ອີກ ​ເພື່ອ​ໃຫ້​ປະຊາຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກໍ​ຄື​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ຕື່​ມກ່ຽວ​ກັບ​ວັດທະນະທຳທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ຊາດ​ຫວຽດນາມ ນັບ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ​ຮຸ່ງ ມາ​ຮອດ​ປະຈຸ​ບັນ. ທີ 2 ​ແມ່ນ ທາງ​ແຂວງ​ກຳນົດ​ວ່າ ຕ້ອງ​ຈັດ​ຕັ້ງພິທີ​ໄຫວ້​ບຸ​ຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ​ປີ 2013 ຢ່າງ​ລອບ​ຂອບ​ທີ່​ຖ້ວນ ​ແລະ ສ້າງ​ຄວາມ​ສະດວກ​ສະບາຍ​ທີ່​ສຸດ​ເພື່ອ​ໃຫ້​ປະຊາຊົນ​ມາ​ໄຫວ້​ບຸ​ຊາ. ທີ 3 ​ແມ່ນ, ​ໃນ​ວິວັດ​ແຫ່ງ​ການຈັດ​ຕັ້ງ​ບູລະນະ​ການເຫຼື້ອມ​ໄສ​ໄຫວ້​ບຸ​ຊາ​ເຈົ້າ​ຊີວິດ​ຮຸ່ງ ຈະລາ​ຍງານ​ຕໍ່​ລັດຖະບານ ​ຫັນທຸກ​ພິທີ​ໄຫວ້​ບຸ​ຊາ​ເຈົ້າ​ຊີວິດ​ຮຸ່ງ, ​ກໍ​ຄື​ບັນພະບຸລຸດ​, ນາຍ​ພົນຜູ້​ມີ​ຊື່​ສຽງ​ໃນ​ສະ​ໄໝ​ເຈົ້າ​ຊີວິດ​ຮຸ່ງ - ​ເຊິ່ງ​ແມ່ນ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ການກໍ່​ສ້າງ​ປະ​ເທດ ​ແລ​ະ ສືບ​ທອດ, ພວກ​ເຮົາ​ໃນ​ທຸກ​ວັນ​ນີ້ເປັນ​ມາດຖານ​ເທື່ອ​ລະ​ກ້າວ”.

ຂ່າວ/ບົດ​ອື່ນ