ມີ 23.000 ກິດຈະກຳທີ່ມີຄວາມໝາຍໃນເດືອນຊາວໜຸ່ມ 2023

(VOVWORLD) - ໃນເດືອນຊາວໜຸ່ມ 2023, ບັນດາແຂວງ, ຄະນະຊາວໜຸ່ມນະຄອນໄດ້ຜັນຂະຫຍາຍຈຳນວນກິດຈະກຳ, ວຽກງານຂອງຊາວໜຸ່ມດີເດັ່ນຫຼາຍກວ່າປີ 2022.
ມີ 23.000 ກິດຈະກຳທີ່ມີຄວາມໝາຍໃນເດືອນຊາວໜຸ່ມ 2023 - ảnh 1(ກອງປະຊຸມສະຫຼຸບເດືອນຊາວໜຸ່ມປີ 2023)

        ຄະນະຊາວໜຸ່ມທຸກຂັ້ນໃນທົ່ວປະເທດໄດ້ປະຕິບັດ 23.000 ກິດຈະກຳຊາວໜຸ່ມໃນເດືອນ ຊາວໜຸ່ມ 2023 ດ້ວຍຍອດມູນຄ່າກວ່າ 300 ຕື້ດົ່ງ (ເກືອບ 12,8 ລ້ານ USD); ມີສະມາຊິກຊາວໜຸ່ມກວ່າ 100.000 ຄົນໄດ້ຮັບການໜູນຊ່ວຍ startup ປະດິດຄິດສ້າງ; ມອບທຶນການສຶກສາ ແລະ ຂອງວັນ 185.000 ພູດໃຫ້ຜູ້ທຸກຍາກ, ຄອບຄົວນະໂຍບາຍ, ໄວໜຸ່ມເຍົາວະຊົນ, ອະນຸຊົນ ປະສົບປະກັບຄວາມຫຍຸ້ງຍາກໃນທົ່ວປະເທດ. ນີ້ແມ່ນຂໍ້ມູນເຊິ່ງໄດ້ຍົກອອກມາທີ່ກອງປະຊຸມສະຫຼຸບເດືອນຊາວໜຸ່ມປີ 2023 ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຂຶ້ນໃນຕອນເຊົ້າວັນທີ 14 ເມສາ, ຢູ່ນະຄອນ ດ່ານັ້ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ອ້າຍ ຫງວຽນທາຍອານ, ຫົວໜ້າຄະນະໂຄສະນາສຶກສາສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຕີລາຄາວ່າ:

        “ໃນເດືອນຊາວໜຸ່ມ 2023, ບັນດາແຂວງ, ຄະນະຊາວໜຸ່ມນະຄອນໄດ້ຜັນຂະຫຍາຍຈຳນວນກິດຈະກຳ, ວຽກງານຂອງຊາວໜຸ່ມດີເດັ່ນຫຼາຍກວ່າປີ 2022. ຈຸດໃໝ່ຂອງການເຄື່ອນໄຫວນີ້ແມ່ນໄດ້ນຳໃຊ້ບັນດາການຫັນເປັນດີຈີຕອນ, ເຊື່ອມຕໍ່ວິສາຫະກິດໜູນຊ່ວຍຊາວໜຸ່ມໃນອາຊີບ, ວຽກເຮັດງານທຳ. ອັດຕາສະມາຊິກຊາວໜຸ່ມ, ຊາວໜຸ່ມມີວຽກເຮັດງານທຳຫຼາຍກວ່າເມື່ອທຽບໃສ່ປີ 2022”.

ຕອບກັບ

ຂ່າວ/ບົດ​ອື່ນ