ມີ​ກ່​ວາ 20 ປະ​ເທດ​ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ສະ​ພາບ​ການ​ແມ່​ຍິງ ແລະ ເດັກ​ຍິງ​ຢູ່ ​ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ18ສິງຫາມີກ່ວາ20ປະເທດໄດ້ອອກຖະແຫຼງກາຮ່ວມກ່ຽວກັບສະພາບການແມ່ຍິງແລະເດັກຍິງຢູ່ອາບການິດສະຖານ.

ມີ​ກ່​ວາ 20 ປະ​ເທດ​ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ສະ​ພາບ​ການ​ແມ່​ຍິງ ແລະ ເດັກ​ຍິງ​ຢູ່ ​ອາບ​ກາ​ນິດ​ສະ​ຖານ - ảnh 1ແມ່ຍິງ ແລະ ເດັກນ້ອຍອົບພະຍົບລີ້ໄພ ເພື່ອຫຼີກລ້ຽງການປະທະກັນຢູ່ ອາບການິດສະຖານ
(ພາບ: AFP/TTXVN)

ຖະແຫຼງການຮ່ວມຂອງ ອາເມລິກາ, ສະຫະພາບເອີລົບ ແລະ 19 ປະເທດຕ່າງກໍ່ສະແດງຄວາມວິຕົກກັງວົນ ກ່ຽວກັບສະພາບການແມ່ຍິງ ແລະ ເດັກຍິງ ຢູ່ ອາບການິດສະຖານ ແລະ ກ່ຽວກັບສິດທີ່ໄດ້ສຳຜັດກັບການສຶກສາ, ການອອກແຮງງານ ແລະ ການໄປມາຢ່າງເສລີຂອງເຂົາເຈົ້າ. ບັນດາປະເທດນີ້ໄດ້ຮຽກຮ້ອງໃຫ້ວົງການກຳອຳນາດຢູ່ ອາບການິດສະຖານ ຈົ່ງຮັບປະກັນວ່າ ບັນດາເປົ້າໝາຍນີ້ຈະໄດ້ຮັບການປົກປ້ອງ.

ຕາມຖະແຫຼງການຮ່ວມແລ້ວ, ແມ່ຍິງ ແລະ ເດັກຍິງກໍ່ຄືປະຊາຊົນ ອາບການິດສະຖານ ໝົດທຸກຄົນ ຕ້ອງໄດ້ຮັບການດຳລົງຊີວິດໃນຄວາມປອດໄພ, ຄວາມໝັ້ນຄົງ. ທຸກຮູບແບບຈຳແນກການປະພຶດ, ສວຍໃຊ້ ຕ້ອງຖືກສະກັດກັ້ນ. ບັນດາປະເທດນີ້ກໍ່ຢັ້ງຢືນວ່າ ປະຊາຄົມສາກົນພ້ອມແລ້ວທີ່ຈະຊ່ວຍເຫຼືອໃຫ້ແກ່ເຂົາເຈົ້າ ຜ່ານການໜູນຊ່ວຍມະນຸດສະທຳ ເພື່ອຮັບປະກັນວ່າ ສຽງເວົ້າຂອງເຂົາເຈົ້າຈະໄດ້ຮັບຟັງ.

ແລະ ກໍ່ໃນວັນທີ 18 ສິງຫາ, ທ່ານປະທານາທິບໍດີ ອາບການິດສະຖານ ອາບການິດສະຖານ Ashraf Ghani ໃຫ້ຮູ້ວ່າ ທ່ານຈະເດີນທາງອອກຈາກ ອາບການິດສະຖານ ເພື່ອຫຼີກລ້ຽງການເກີດກໍລະນີນອງເລືອດຢູ່ປະເທດນີ້, ພ້ອມທັງຖືວ່າ ທ່ານສະໜັບສະໜູນວິວັດທະນາການເຈລະຈາ ມອບສິດອິດນາດ ໃຫ້ແກ່ກຳລັງ ຕາລີບານ ທີ່ພວມດຳເນີນ.

ຕອບກັບ

ຂ່າວ/ບົດ​ອື່ນ