(VOVWORLD) - ລາຍການໄດ້ສ້າງຂຶ້ນໂດຍພາສາວັດທະນະທຳ ແລະ ສິລະປະ, ປະສົມປະສານລະຫວ່າງສື່ມວນຊົນ ກັບ ຊີວິດປະຈຳວັນ, ຖືຈຸດສຸມເຂົ້າໃນສານກ່ຽວກັບນ້ຳໃຈຄວາມຮັກແພງ ແລະ ຄວາມເຊື່ອໝັ້ນຕໍ່ພັກຂອງປະຊາຊົນ.
ລາຍການສະແດງສິລະປະ “ມີຄວາມຮັກ ແລະ ເຊື່ອໝັ້ນຕໍ່ພັກຢ່າງສົມບູນ” (ພາບ: VOV) |
ຕອນຄ່ຳວັນທີ 5 ມັງກອນ, ຢູ່ໂຮງລະຄອນໂຮ່ເກືອມ (ຮ່າໂນ້ຍ), ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດລາຍການສະແດງສິລະປະ “ມີຄວາມຮັກ ແລະ ເຊື່ອໝັ້ນຕໍ່ພັກຢ່າງສົມບູນ” ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ລາຍການໄດ້ສ້າງຂຶ້ນໂດຍພາສາວັດທະນະທຳ ແລະ ສິລະປະ, ປະສົມປະສານລະຫວ່າງສື່ມວນຊົນ ກັບ ຊີວິດປະຈຳວັນ, ຖືຈຸດສຸມເຂົ້າໃນສານກ່ຽວກັບນ້ຳໃຈຄວາມຮັກແພງ ແລະ ຄວາມເຊື່ອໝັ້ນຕໍ່ພັກຂອງປະຊາຊົນ. ທ່ານ ຟ້າມແມັ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:
ລາຍການແມ່ນການເຊີດຊູບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ໃນຕະຫຼອດໄລຍະປະຫວັດສາດ, ໃນບັນດາໄລຍະນຳພາປະຊາຊົນຍາດໄດ້ເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ນຳພາພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຊາດ ເພື່ອໃຫ້ພວກເຮົາມີຄວາມສາມາດບົ່ມຊ້ອນ ແລະ ຖານະບົດບາດ ສາກົນຄືໃນປັດຈຸບັນ