ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ EU ເພີ່ມຂຶ້ນສູງ.

(VOVWORLD) -ຕາມຂໍ້ມູນຂອງສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳຫວຽດນາມ(VASEP), ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ EU ໃນ 6 ເດືອນ  ຕົ້ນປີນີ້ ບັນລຸເກືອບ 37 ລ້ານUSD ເພີ່ມຂຶ້ນ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 
     ມູນຄ່າການສົ່ງອອກຫອຍຂອງຫວຽດນາມໄປຍັງ EU ເພີ່ມຂຶ້ນສູງ.  - ảnh 1ມູນຄ່າການສົ່ງອອກຫອຍກີ້ຂອງຫວຽດນາມໄປຍັງ EU ເພີ່ມຂຶ້ນສູງ.     

    ໃນໄຕມາດ 1, ມູນຄ່າການສົ່ງອອກສິນຄ້າປະເພດນີ້ໄປຍັງ EU ເພີ່ມຂຶ້ນພຽງ 11% ເທົ່ານັ້ນ ແຕ່ຮອດໄຕມາດ 2, ວົງເງິນໄດ້ເພີ່ມຂຶ້ນ 56% ເມື່ອມຽບໃສ່ໄລຍະດຽວກັນຂອງປີກາຍ. ໃນໂຄງປະກອບຜະລິດຕະພັນ, ຫອຍກີ້ ກວມເອົາອັດຕາສ່ວນສູງກວ່າໝູ່.

     ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳ ຫວຽດນາມແລ້ວ ການສົ່ງອອກຫອຍໄປຍັງ EU ໄດ້ເຕີບໂຕດີຍ້ອນວ່ານີ້ແມ່ນບັນດາຜະລິດຕະພັນປຸງແຕ່ງມີຄວາມສະດວກໃນການບໍລິໂພກໃນຍາມເກີດໂລກລະບາດ ແລະ ລາຄາກໍ່ເໝາະສົມ. ການປຸງແຕ່ງສົ່ງອອກສິນຄ້າປະເພດນີ້ຂອງຫວຽດນາມພັດບໍ່ຂຶ້ນກັບບັນດາແຫຼ່ງນຳເຂົ້າ. ອີຕາລີ, ແອັດສະບາຍ, ປັອກຕຸຍການແມ່ນສາມຕະຫຼາດນຳເຂົ້າຫອຍຈາກຫວຽດນາມຫຼາຍກວ່າໝູ່ໃນ EU ກວມເປັນລຳດັບ 21% 17% ແລະ 12%.

ຕອບກັບ

ຂ່າວ/ບົດ​ອື່ນ