ມີບັນດາລາຍການສະແດງສິລະປະໃນ Festival ເຫ໋ວ 2014
(Festival ເຫ໋ວ 2014)
(vovworld) - Festival ເຫ໋ວ 2014 ແມ່ນການເຄື່ອນໄຫວວັດທະນະທຳທີ່ພົ້ນເດັ່ນ, ເຕົ້າໂຮມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງເຂດວັດທະນະທຳແຫ່ງຕ່າງໆ; ສິລະປະພື້ນເມືອງ, ສິລະປະຍຸກປະຈຸບັນຂອງກວ່າ 30 ປະເທດໃນໂລກ, ກໍ່ຄືການສະແດງດົນຕີໃນພະລາດຊະວັງເຫ້ວ ແລະ ສະແດງສີລະປະທຳນອງເພງພື້ນເມືອງທີ່ເປັນເອກະລັກສະເພາະຂອງເຫ໋ວ. ບັນດາລາຍການສະແດງຈະຖືກຈັດຂຶ້ນເປັນປະຈຳຢູ່ພະລາດຊະວັງ, ວັງ ອານດິ້ງ ແລະ ທ້ອງຖິ່ນແຫ່ງຕ່າງໆຂອງແຂວງ ເທື່ອທຽນເຫ໋ວ. ທ່ານ ໂງຮ່ວາ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ໋ວ, ຫົວໜ້າຄະນະຈັດຕັ້ງ Festival ເຫ໋ວ 2014 ໃຫ້ຮູ້ວ່າ.
“ແນ່ນອນວ່າ Festival ເຫ໋ວ 2014 ຈະມີບັນດາລາຍການສະແດງພິເສດ, ບັນດາສິ່ງໃໝ່ອ່ຽມຫົວຂໍ້ທີ່ວ່າ “ມໍລະດົກວັດທະນະທຳເຊື່ອມໂຍງ ແລະ ພັດທະນາ”. ພວກຂ້າພະເຈົ້າກໍ່ມານະພະຍາຍາມຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານວັດທະນະທຳທີ່ອຸດົມສົມບຸນຂອງເຂດດິນແດນກຸງເກົ່ານີ້. ພວກຂ້າພະເຈົ້າຫວັງວ່າ Festival ເຫ໋ວ 2014 ຈະສືບຕໍ່ສ້າງຄວາມປະທັບໃຈໃນມະຫາຊົນ, ຮູບພາບທີ່ປະທັບໃຈ ແລະ ມີເອກະລັກສະເພາະ”.
Festival ເຫ໋ວ 2014ຈະດຳເນີນໄປແຕ່ວັນທີ 12/04 ຮອດວັນທີ 20/04/2014.