ມີຜູ້ຫາຍສາບສູນນັບຮ້ອຍໆຄົນ ໃນເຫດອ່າງເກັບນໍ້າແຕກ ຢູ່ ບຣາຊີນ

(VOVWORLD) -ໃນຈໍານວນຜູ້ຫາຍສາບສູນນັ້ນ ມີພາລະກອນ 100 ຄົນ ພວມກິນເຂົ້າທ່ຽງ ຢູ່ເຂດບໍລິຫານຂອງອ່າງເກັບນໍ້າດັ່ງກ່າວ.

ຕໍາຫຼວດ ແລະ ກໍາລັງດັບເພີງ ຂອງປະເທດ ບຣາຊີນ ພວມຊອກຫາຜູ້ຫາຍສາບສູນປະມານ 200 ຄົນ ພາຍຫຼັງເຫດອ່າງເກັບນໍ້າຂອງບໍ່ເຫຼັກແຕກ ໂດຍເປັນກໍາມະສິດຂອງບໍລິສັດບໍ່ແຮ່ Vale SA  ຢູ່ລັດທາງທິດຕາເວັນຕົກສ່ຽງໃຕ້ Minas Gerais ຂອງ ບຣາຊີນ. ໃນຈໍານວນຜູ້ຫາຍສາບສູນນັ້ນ ມີພາລະກອນ 100 ຄົນ ພວມກິນເຂົ້າທ່ຽງ ຢູ່ເຂດບໍລິຫານຂອງອ່າງເກັບນໍ້າດັ່ງກ່າວ. ປັດຈຸບັນ ຍັງບໍ່ທັນມີຂໍ້ມູນຜູ້ຖືກຮັບບາດເຈັບ ແລະ ເສຍຊີວິດ ຢ່າງເປັນທາງການເທື່ອ. ຕາມເຈົ້າໜ້າທີ່ກູ້ໄພກູ້ຊີບຄົນໜຶ່ງແລ້ວ, ໜ້າທີ່ບຸລິມະສິດແຖວໜ້າ ແມ່ນ ຕ້ອງຊອກຫາຜູ້ຫາຍສາບສູນໃຫ້ໄວທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ