(VOVWORLD) - ໄລ່ຮອດເວລາ 11 ໂມງຂອງຕອນບ່າຍວັນທີ 30 ກັນຍາ, ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ລົມໃຕ້ຝຸ່ນດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນກວ່າ 40 ຄົນ, ເຮືອນຊານຂອງປະຊາຊົນນັບແສນຫຼັງຖືກເປ່ເພ, ເສຍຫາຍ
ພາຍຸບົວລອຍ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຢູ່ຫຼາຍແຂວງຂອງ ຫວຽດນາມ |
ໄລ່ຮອດເວລາ 11 ໂມງຂອງຕອນບ່າຍວັນທີ 30 ກັນຍາ, ພາຍຸ ບົວລອຍ ແລະ ຝົນຕົກນ້ຳຖ້ວມ, ລົມໃຕ້ຝຸ່ນດິນເຊາະເຈື່ອນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນກວ່າ 40 ຄົນ, ເຮືອນຊານຂອງປະຊາຊົນນັບແສນຫຼັງຖືກເປ່ເພ, ເສຍຫາຍ; ເນື້ອທີ່ເຂົ້າ ແລະ ພືດພັນທັນຍາຫານນັບໝື່ນເຮັກຕາຖືກນ້ຳຖ້ວມ; ເນື້ອທີ່ປູກລ້ຽງສິນໃນນ້ຳເກືອບ 7.300 ເຮັກຕາຖືກເສຍຫາຍ, ລະດັບຄັນຄູ, ແຄມແມ່ນ້ຳ, ແຄມທະເລກວ່າ 6.400 ແມັດ ຖືກເຊາະເຈືື່ອນ… .; ບັນດາແຂວງ ແທັງຮວ໊າ, ເງະອານ, ຮ່າຕິງ, ກວ໋າງຈິ ບໍ່ມີໄຟຟ້າໃຊ້ເປັນວົງກວ້າງ.
ຍ້ອນຖືກຜົນກະທົບຫຼັງພາຍຸບົວລອຍ, ຂະແໜງລົດໄຟ ຫວຽດນາມ ຕ້ອງຢຸດຕິການເຄື່ອນໄຫວຂອງຖ້ຽວລົດໄຟຈຳນວນໜຶ່ງໄວ້ຊົ່ວຄາວ ເພື່ອຮັບປະກັນຄວາມປອດໄພ.
ຕໍ່ໜ້າບັນດາຜົນເສຍຫາຍຍ້ອນພາຍຸ ບົວລອຍ ກໍ່ຂຶ້ນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິງ ຫວໍຈ້ອງຫາຍ ສະເໜີໃຫ້ລະດົມກຳລັງຢູ່ກັບບ່ອນ ຍົກຍ້າຍບັນດາຄອບຄົວຢູ່ໃນເຂດມີຄວາມສ່ຽງຖືກດິນເຊາະເຈືອນ ຢ່າງຮີບດ່ວນ.
ໃນຂະນະນັ້ນ, ຢູ່ພາກເໜືອ, ຜົນກະທົບພາຍຫຼັງພາຍຸ ບົວລອຍ ໄດ້ກໍ່ໃຫ້ເກີດຝົນຕົກໜັກຢູ່ຫຼາຍແຂວງ, ນະຄອນ, ເຊັ່ນ: ຮ່າໂນ້ຍ, ຝູທໍ້, ຖາຍງວຽນ, ຕວຽນກວາງ, ລາວກາຍ. ເສັ້ນທາງຫຼາຍສາຍໄປຍັງບັນດາຕາແສງເຂດພູສູງ, ເຂດຫ່າງໄກສອກຫຼີກຂອງຫຼາຍທ້ອງຖິ່ນຖືກຕັດຂາດ, ສະພາບດິນເຊາະເຈື່ອນເກີດຂຶ້ນໃນໄລຍະຝົນຕົກ ແລະ ຫຼັງຝົນຕົກ.