(vovworld) - ວັນທີ 01/01, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 35 ຄົນ ແລະ ປະມານ 40 ຄົນອື່ນຖືກຮັບບາດເຈັບໃນເຫດບຸກໂຈມຕີຢູ່ຮ້ານບັນເທິງ Reina, ຂຶ້ນກັບເມືອງ Ortakuy, ນະຄອນ Istanbul, ປະເທດຕວກກີ. ເຈົ້າຄອງນະຄອນ Istanbul, ທ່ານ Vasip Sahin ໄດ້ແຈ້ງຂ່າວຄາວດັ່ງກ່າວ, ພ້ອມທັງຢືນຢັນວ່າ, ນີ້ແມ່ນເຫດບຸກໂຈມຕີກໍ່ການຮ້າຍ. ໃນຂະນະນັ້ນ, ຕາມນັກຊ່ຽວຊານດ້ານປ້ອງກັນຄວາມສະຫງົບ Abdullah Agar ແລ້ວ, ມີຕຳຫຼວດຄົນໜຶ່ງ ແລະ ສາມັນຊົນຜູ້ໜຶ່ງຖືກເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວ. ບັນດາມືປືນໄດ້ປອມຕົວເປັນພໍ່ເຖົ້າ Noel, ເວົ້າພາສາ ອາຣັບ ແລະ ຖືປືນເຫຼັກຍາວບຸກໂຈມຕີ. ຕາມແວັບໄຊຂ່າວ Mynet Haber, ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ, ຍ້ອນມີປະມານ 700 – 800 ຄົນມີໜ້າຢູ່ຮ້ານບັນເທິງໃນຈຸດເວລາເກີດການບຸກໂຈມຕີປະກອບອາວຸດນີ້.