(VOVWORLD) - ຕອນຄ່ຳວັນທີ 11 ເມສາ, ຢູ່ສະໜາມຫຼວງ ຟ້ານວັນດົ່ງ, ແຂວງກ໋ວາງຫງາຍ ໄດ້ໄຂສັບປະດາທ່ອງທ່ຽວ ກ໋ວາງຫງາຍປີ 2025 ຂຶ້ນ.
ການສະແດງສິລະປະຢູ່ພິທີໄຂ |
ສັບປະດາທ່ອງທ່ຽວແຂວງກ໋ວາງຫງາຍ 2025 ມີຫົວຂໍ້ “ຄົ້ນຫາກ໋ວາງຫງາຍ - ສະຖານທີ່ທະເລເຕົ້າໂຮມວັດທະນະທຳ” ທີ່ໄດ້ດຳເນີນແຕ່ວັນທີ 11 – 17 ເມສາ ຢູ່ຫຼາຍທ້ອງຖິ່ນ, ດ້ວຍຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ. ເປີດສາກບັນດາກິດຈະກຳສັບປະດາທ່ອງທ່ຽວແມ່ນການເຄື່ອນໄຫວໂດດຈ້ອງເວີ່ນເວຫາ ທີ່ໄດ້ສະແດງໃນພິທີໄຂ, ງານວາງສະແດງມໍລະດົກວັດທະນະທຳ, ທໍລະນີສາດດ້ວຍຫົວຂໍ້ “ການທ່ອງທ່ຽວກ໋ວາງຫງາຍ - ກຳລັງດຶງດູດຈາກມໍລະດົກ ແລະ ສີສັນ”. ກ່າວຄຳເຫັນໄຂພິທີ, ທ່ານ ຫວໍຟຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງຫງາຍ ໃຫ້ຮູ້ວ່າ:
ນີ້ແມ່ນໂອກາດເພື່ອແນະນຳ, ໂຄສະນາຈຸດຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ, ຊາວກ໋ວາງຫງາຍ, ປະກອບສ່ວນກະຕຸກຊຸກຍູ້, ດຶງດູດແຂກທ່ອງທ່ຽວ, ວິສາຫະກິດທ່ອງທ່ຽວເປີດກວ້າງຕະຫຼາດ, ສ້າງບັນດາ tour, ສະຖານທີ່ທ່ອງທ່ຽວໃໝ່, ດຶງດູດນັກລົງທຶນມາຄົ້ນຫາໂອກາດລົງທຶນຢູ່ແຂວງ. ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນໃນການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມເພື່ອພັດທະນາການທ່ອງທ່ຽວ.