ມີຫຼາຍການເຄື່ອນໄຫວສະແດງສິລະປະສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ (7/11/1917 – 7/11/2017)

(VOVWORLD) -  ລາຍການສະແດງສິລະປະ “10 ມື້ສັ່ນສະເທືອນໂລກ” ໂດຍສະຖານີໂທລະພາບ ຫວຽດນາມ ປະຕິບັດ, ໄດ້ຮັບການຖ່າຍທອດສົດຜ່ານຊ່ອງ VTV1 ໃນຕອນຄ່ຳວັນທີ 4 ພະຈິກ. 

ມີຫຼາຍການເຄື່ອນໄຫວສະແດງສິລະປະສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາ (7/11/1917 – 7/11/2017) - ảnh 1

 ພາບປະກອບ

ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢູ້ງ, ທ່ານເອກອັກຄະລັດຖະທູດແຫ່ງ ສະຫະພັນລັດເຊຍ ປະຈຳ ຫວຽດນາມ Kontantin Vasilievich Vnukov ແລະ ຜູ້ຕາງໜ້າການນຳກະຊວງ,  ຄະນະ, ຂະແໜງການຕ່າງໆໄດ້ເຂົ້າຮ່ວມລາຍການຢ່າງພ້ອມພຽງ.

        ຕອນຄ່ຳວັນດຽວກັນ, ຢູ່ຮ່າໂນ້ຍ, ສື່ເອເລັກໂຕນິກ ພັກກອມມູນິດ ຫວຽດນາມ ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງ ຈັດຕັ້ງລາຍການສະແດງສິລະປະ “ທຳນອງເພງເດືອນຕຸລາ”. ທ່ານ ຫງວຽນເທ໋ກີ້, ປະທານສະພາທິດສະດີ, ຕຳໜິວິຈານວັນນະຄະດີສິລະປະສູນກາງ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເຂົ້າຮ່ວມລາຍການ.

        ກໍ່ໃນຕອນຄ່ຳວັນທີ 4 ພະຈິກ, ຄະນະພັກນະຄອນ ໂຮ່ຈີມີນ ໄດ້ຈັດຕັ້ງລາຍການສະແດງສິລະປະດ້ວຍຫົວຂ້ໍ “ບົດເພງເດືອນຕຸລາ - ຄວາມເຊື່ອໝັ້ນຕະຫຼອດໄປ”, ດ້ວຍຫຼາຍການສະແດງສິລະປະທີ່ເປັນເອກະລັກສະເພາະໂດຍບັນດານັກສິລະປະການ ລັດເຊຍ ແລະ ຫວຽດນາມ ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ