ມີຫຼາຍປະ​ເທດ​ ຢັ້ງຢືນ​ມີ​ກໍລະນີ​ຕິດ​​​ເຊື້ອ​ໄວຣັດ SARS – CoV – 2 ຕື່ມ​ອີກ

(VOVWORLD) -   ໄລ່ຮອດຕອນເຊົ້າວັນທີ 04 ມີນາ, ຈໍານວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ຢູ່ ຍີ່ປຸ່ນ ໄດ້ຂຶ້ນເຖິງ 1000 ຄົນ ແລະ ມີຜູ້ເສຍຊີວິດຍ້ອນເຊື້ອໄວຣັດດັ່ງກ່າວ ແມ່ນ 12 ຄົນ. ເພື່ອສະກັດກັ້ນການແຜ່ລະບາດຂອງ Covid - 19, ລັດຖະບານ ຍີ່ປຸ່ນ ພວມພິຈາລະນາເລື່ອງໃຊ້ງົບປະມານສໍາຮອງທັງໝົດຂອງປີ 2019 ເພື່ອຮັບໃຊ້ບັນດາມາດຕະການຮັບມືໃໝ່.
ມີຫຼາຍປະ​ເທດ​ ຢັ້ງຢືນ​ມີ​ກໍລະນີ​ຕິດ​​​ເຊື້ອ​ໄວຣັດ SARS – CoV – 2 ຕື່ມ​ອີກ - ảnh 1 (ພາບປະກອບ: TTXVN)

        ໃນວັນດຽວກັນ, ວົງການເຈົ້າໜ້າທີ່ ສ.ເກົາຫຼີ ຢັ້ງຢືນວ່າ ມີກໍລະນີ ຕິດເຊື້ອໄວຣັດດັ່ງກ່າວຕື່ມອີກ 516 ຄົນ ແລະ ມີອີກ 6 ຄົນເສຍຊີວິດ, ເຊິ່ງໄດ້ຍົກຍອດຈໍານວນຜູ້ຕິດໂລກພະຍາດດັ່ງກ່າວຢູ່ປະເທດນີ້ຂຶ້ນເຖິງເກືອບ 5330 ກໍລະນີ ແລະ 34 ຄົນ ເສຍຊີວິດ.

        ວັນທີ 03 ມີນາ, ວົງການເຈົ້າໜ້າທີ່ຂອງ ແອັດສະປາຍ ກໍແຈ້ງໃຫ້ຊາບກ່ຽວກັບກໍລະນີເສຍຊີວິດທໍາອິດຢູ່ປະເທດນີ້ ຍ້ອນຕິດໂລກພະຍາດ Covid – 19. ໃນວັນດຽວກັນ, ຈີເລ ກໍໄດ້ກວດພົບກໍລະນີຕິດເຊື້ອໄວຣັດ SARS – CoV – 2 ຄົນທໍາອິດຢູ່ນະຄອນແຫ່ງໜຶ່ງທາງພາກກາງ Talca.

        ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກ ອາກຊັງຕີນ ກໍຢັ້ງຢືນມີກໍລະນິຕິດເຊື້ອໄວຣັດດັ່ງກ່າວຄົນທໍາອິດຢູ່ປະເທດນີ້, ໃນຂະນະນັ້ນ  ເອກວາດໍ ກໍແຈ້ງໃຫ້ຊາບວ່າ ເຂົາເຈົ້າມີກໍລະນີຕິດເຊື້ອໄວຣັດດັ່່ງກ່າວເປັນຄົນທີ 7 ແລ້ວ. ໄລ່ມາຮອດປັດຈຸບັນ, ບັນດາປະເທດ ອາເມລິກາ ລາຕິນ ທີ່ມີກໍລະນີຕິດໂລກພະຍາດ Covid – 19 ລວມມີ ບຣາຊີນ, ອາກຊັງຕີນ, ຈີເລ, ເອກວາດໍ, ເມັກຊີໂກ ແລະ ສ. ໂດມີນີກັນ.

        ກໍໃນວັນທີ 3 ມີນາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ອີຣານ Alireza Raisi ໄດ້ແຈ້ງໃຫ້ຊາບວ່າ ມີກໍລະນີຕິດໂລກພະຍາດ Covid – 19 835 ຄົນ ຕື່ມອີກ ແລະ ຈໍານວນຜູ້ເສຍຊີວິດຍ້ອນໂລກພະຍາດດັ່ງກ່າວ ໄດ້ຂຶ້ນເຖິງ 77 ກໍລະນີແລ້ວ, ປັດຈຸບັນ ອີຣານ ກໍແມ່ນປະເທດມີຈໍານວນຜູ້ເສຍຊີວິດສູງທີ່ສຸດ ນອກຈາກປະເທດ ຈີນ.

        ຕໍ່ໜ້າສະພາບການຜັນແປສັບສົນຂອງໂລກລະບາດ Covid – 19, ວັນທີ 3 ມີນາ, ຫຼາຍປະເທດໃນໂລກ ໄດ້ວາງອອກມາດຕະການໃໝ່ຢ່າງຕໍ່ເນື່ອງ ເພື່ອສະກັດກັ້ນການແຜ່ລະບາດ ກໍຄື ຊອກຫາວິທີໜູນຊ່ວຍບັນດາສູນສາທາລະນະສຸກ, ວິສາຫະກິດພາຍໃນປະເທດ ໃນໄລຍະທີ່ຫຍຸ້ງຍາກນີ້.


ຕອບກັບ

ຂ່າວ/ບົດ​ອື່ນ