ມອງລາງວັນເຈີ່ນດ້າຍເງຍຄັ້ງທີ1

ມອງລາງວັນເຈີ່ນດ້າຍເງຍຄັ້ງທີ1 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
 ຕີ​ລາຄາ​ສູງ​ການ​ມອບ​ລາງວັນ ​ເຈີ່ນ​ດ້າຍ​ເງຍ ​
(ພາບ: ອິນເຕີແນັດ)

(vovworld) – ​ ພິທີ​ມອບ​ລາງວັນ ​ເຈີ່ນ​ດ້າວ​ເງຍ ຖືກ​ດຳ​ເນີນ​ໃນ​ວັນ​ທີ 11/09 ຢູ່​ຮ່າ​ໂນ້ຍ ​ເພື່ອ​ແນ​ໃສ່​​ເຊີດ​ຊູ​ບັນດາ​ນັກວິທະຍາສາດທີ່​ມີ​ຜົນງານ​ດີ​ເດັ່ນ​ກ່ຽວ​ກັບ​ວິທະຍາສາດ​ທຳ​ມະ​ຊາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເຊິ່ງໝາກຜົນ​ແຫ່ງ​ການ​ຄົ້ນຄວ້າ ​ໄດ້ ​ແລະ ພວມໜູນ​ໃຊ້​ຢ່າງ​ໂດຍ​ກົງ, ປະກອບ​ສວ່ນ​ເຂົ້າ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັບປະກັນການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ. 2 ​ກິດຈະກຳ​ດີ​ເດັ່ນ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້​ແມ່ນ: ​ “ໜູນ​ໃຊ້​ເຕັກ​ໂນ​ໂລ​ຢີກ້າວໜ້າ​ຜະລິດ ວັກ​ຊີ​ນ ປ້ອງ​ກັນ​​ໂລກລະບາດ​ໃຫ້​ມະນຸດ” ຂອງ​ສາດສະດາຈານ ປະລິນຍາ​ເອກວິທະຍາສາດ ຮ່ວາງ​ຖູ​ຍງວຽນ ​ແລະ ອະດີດ​ສາດສະດາຈານ ປະລິນຍາ​ເອກ ດັ້ງ​ດຶກ​ແຈກ ສະ​ຖາ​ບັນ ອະນາ​ໄມ​ກັນ​ພະຍາດ​ສູນ​ກາງ ​ແລະ ກິດຈະກຳ “ຂັ້ນ​ຕອນ​ຜະລິດ​ແຮ່​ເຫຼັກ​ຈາກ​ຂີ້ຕົມ​ແດງ” ຂອງ​ປະລິນຍາ​​ເອກ ຫວູດຶກ​ເລີ້ຍ ​ແລະ ປະລິນຍາ​ເອກ ຫງວຽນ​ວັນ​ຕ໋ວນ ຂຶ້ນ​ກັບ​ສະ​ຖາ​ບັນ​ ເຄມີສາດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຕີ​ລາຄາ​ສູງ​ການ​ມອບ​ລາງວັນ ​ເຈີ່ນ​ດ້າຍ​ເງຍ ​ແລະ ​ເຊື່ອໝັ້ນ​ວ່າ ​ການ​ມອບລາງວັນ​ຈະ​​ແມ່ນ​ກຳລັງ​ໜູນ ​ເພື່ອ​​ໃຫ້ວິທະຍາສາດ​ພັດທະນາ​ຢ່າງ​ວ່ອງ​ໄວ ປະກອບສ່ວນປຸກລຸກ​ຈິດ​ໃຈ​ວິທະຍາສາດ​ໃນ​ໄວ​ໜຸ່ມ.


ຂ່າວ/ບົດ​ອື່ນ