ມອບ​ຂອງ​ຂວັ​ນ 1300 ພູ​ດ​ໃຫ້​ແກ່​ຄົນ​ເຈັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ໃນຊຸມວັນທີ່ຜ່ານມາ, ອົງການປະກັນໄພສັງຄົມໃນທົ່ວປະເທດ ໄດ້ມອບຂອງຂວັນ 1300 ພູດ ໃຫ້ແກ່ຄົນເຈັບມີບັດປະກັນສຸຂະພາບ ທີ່ໄດ້ປະສົບກັບຄວາມຫຍຸ້ງຍາກ ຊື່ງພວມປິ່ນປົວຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ.
ມອບ​ຂອງ​ຂວັ​ນ 1300 ພູ​ດ​ໃຫ້​ແກ່​ຄົນ​ເຈັບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1(ພາບ: ອົງການປະກັນໄພສັງຄົມ)

 ຂອງຂວັນທັງໝົດເຫຼົ່ານັ້ນມີມູນຄ່າເກືອບ 720 ລ້ານດົ່ງ ໄດ້ຫັກຈາກກອງທຶນເຄື່ອນໄຫວແຫ່ງສາຍຈິດມິດໃຈຂອງຂະແໜງປະກັນໄພສັງຄົມ.

   ນີ້ແມ່ນການເຄື່ອນໄຫວຕອບສະໜອງຂະບວນການແຂ່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ-ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ” ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ປຸກລະດົມ. ທ່ານ ຫງວຽນເລິນຮຽວ, ຜູ້ອຳນວຍການໂຮງໝໍມະຫາວິທະຍາໄລແພດສາດຮ່າໂນ້ຍ ຖືວ່າ:

   ຂ້າພະເຈົ້າຄິດວ່າ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍວັດທະນະທຳມະນຸດ ແລະ ພິເສດ, ມີລັກສະນະແຜ່ຂະຫຍາຍອອກສູ່ລວງກ້ວາງ. ເຖິງວ່າຈຳນວນຜູ້ເຂົ້າຮ່ວມໂດຍກົງໃນຄັ້ງນີ້ບໍ່ຫຼາຍກໍ່ຕາມ ແຕ່ຕາມຂ້າພະເຈົ້າແລ້ວ ມັນຈະສ້າງເປັນຂະບວນການເພື່ອສະໜັບສະໜູນຄົນທຸກຍາກ.

   

ຕອບກັບ

ຂ່າວ/ບົດ​ອື່ນ