ມອບທຶນການສຶກສາໃຫ້ນັກຮຽນທຸກຍາກບືນຕົວຂຶ້ນຮຽນເກັ່ງ

(VOVWORLD) -ຕອນບ່າຍວັນທີ 15 ກັນຍາ, ສະມາຄົມສົ່ງເສີມການຮຽນແຂວງ ນາມດິ້ງ ໄດ້ມອບທຶນການສຶກສາ 2.000 ທຶນ, ໃນນັ້ນມີລົດຖີບ 1.000 ຄັນ ດ້ວຍຍອດຈຳນວນເງິນກວ່າ 2,4 ຕື້ດົ່ງ ໃຫ້ແກ່ນັກຮຽນ, ນັກສຶກສາທຸກຍາກແຕ່ຮຽນເກັ່ງປີ 2019.

ມອບທຶນການສຶກສາໃຫ້ນັກຮຽນທຸກຍາກບືນຕົວຂຶ້ນຮຽນເກັ່ງ - ảnh 1 ມອບທຶນການສຶກສາ, ລົດຖີບໃຫ້ແກ່ນັກຮຽນ, ນັກສຶກສາແຂວງ ນາມດິ້ງ

(ພາບ: TTXVN)

ບັນດານັກຮຽນທີ່ໄດ້ຮັບທຶນການສຶກສາແມ່ນນັກຮຽນທຸກຍາກ, ເປັນເດັກກ່ຳພ້າ, ບັນລຸໄດ້ຜົນການຮ່ຳຮຽນດີ. ນີ້ແມ່ນປີທີ 7 ທີ່ສະມາຄົມສົ່ງເສີມການຮຽນແຂວງ ນາມດິ້ງ ຈັດພິທີມອບທຶນສຶກສາໃຫ້ນັກຮຽນທຸກຂັ້ນໃນແຂວງ.

        ສ່ວນຢູ່ແຂວງດົ່ງນາຍ, ມີເດັກພິການ, ເດັກກ່ຳພ້າ ແລະ ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນແຂວງກໍໄດ້ຮັບທຶນການສຶກສາຈາກຄະນະກຳມະການປະຊາຊົນແຂວງດົ່ງນາຍ ແລະ ບໍລິສັດ ຕິ໊ນເງັ໊ຍ ມອບໃຫ້ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ